Home ແຫຼ່ງທ່ອງທ່ຽວ ຫໍໄຕ ທີ່ວັດຈັນທະສາໂຣ ເມືອງຈຳພອນ ມໍລະດົກທາງພູມປັນຍາ
ຫໍໄຕ ທີ່ວັດຈັນທະສາໂຣ ເມືອງຈຳພອນ ມໍລະດົກທາງພູມປັນຍາ
November 11, 2017 0
ຫໍໄຕ ທີ່ວັດຈັນທະສາໂຣ ຫລື ທີ່ຊາວບ້ານເອີ້ນວ່າວັດຫນອງລຳຈັນ ເຊິ່ງເປັນສະຖາປັດຕະຍະກຳເຄື່ອງໄມ້ທີ່ສະທ້ອນສີມືຊ່າງ, ຊາວ ບ້ານລ້ານຊ້າງໃນອາດີດປະກາດຄວາມຍິ່ງໃຫຍ່ທາງພູມປັນຍາທາງຊ່າງ ທີ່ຖ່າຍທອດກັນມາຫລາຍຊົ່ວອາຍຸ ຄົນຖ້າຈະເວົ້າເຖິງຄວາມໂດດ ເດັ່ນທາງສະຖາປັດຕະຍະກຳ ແລະ ບູຮານວັດຖຸ.
ເຊິ່ງຫມາຍເຖິງຫນັງສືທີ່ຈານລົງຫນ້າໃບລານແລ້ວມັດເປັນເຫລັ້ມ ເອີ້ນວ່າ 1 ຜູກ ແລະ ທີ່ສຳຄັນ ເມືອປີ 2000 ມີ ຫນ່ວຍງານອະນຸລັັກຫນັງສືໃບລານລາວໄດ້ເຮັດການສຳຫລວດ ຈິ່ງຮູ້ວ່າ ທີ່ຫໍໄຕແຫ່ງ ນີ້ມີຈຳນວນຫນັງສືຜູກຫລາຍທີ່ສຸດໃນລາວ ແລະ ຍັງມີຄວາມຫລາກຫລາຍທາງດ້ານເນື້ອຫາຫລາຍທີ່ສຸດອີກດ້ວຍ ມີຕັ້ງແຕ່ຄໍາສອນທາງ ສາສະຫນາ, ບົດຜະຫຍາ, ນິທານ, ຄະຕິທຳ, ກອນລຳ, ຕຳລາຢາພື້ນເມືອງ ແລະ ອື່ນໆ.
ບ່ອນນີ້ຈິ່ງເປັນເຫມືອນຂອງຕັກສີລາແຫ່ງລຸ່ມ ນ້ຳຂອງ ທີ່ຜູ້ຄົນສອງຝັ່ງໄດ້ໃຊ້ເປັນບ່ອນສຶກສາຫາຄວາມຮູ້ທັງພະສົງ, ແພດພື້ນເມືອງຈາກລາວ ແລະ ຝັ່ງໄທເມື່ອໄດ້ຊາບຄວາມສຳຄັນນີ້.
ວັດຈັນທະສາໂຣ ຫລື ວັດໜອງລຳຈັນ ຕັ້ງຢູ່ ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງຫ່າງຈາກຕົວເມືອງໄກສອນ ພົມວິຫານໄປທາງທິດຕາເວັນອອກ ປະມານ 60 ກິໂລແມັດ ພາຍໃນວັດ ຊຶ່ງປະກອບດ້ວຍ ພຸດທະສີມາ(ສິມ), ຫໍແຈກ, ຫໍທະມາດ, ຫໍພະ, ຫໍໄຕ ແລະອື່ນໆ
ຂອບໃຈຮູບງາມໆຈາກເຟຈ Konsangphap-ຄົນສ້າງພາບ
--------------------------------
Subscribe to:
Post Comments
(
Atom
)













Post a Comment