ເມືອງຫົງສາ ປູກຕົ້ນໄມ້ຢ່າງຟົດຟື້ນ ຕັ້ງເປົ້າປີນີ້ 60 000 ກວ່າຕົ້ນ ໃນພື້ນທີ່ 60 ເຮັກຕາ



ໄຊຍະບູລີ: ໃນວັນທີ່ 28 ພຶດສະພາ 2019 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສ້າງຂະບວນການປູກຕົ້ນໄມ້ຮ່ວມກັບປະຊາຊົນຢູ່ເຂດບ້ານຫນອງຫລວງ, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ. ເພື່ອຟື້ນຟູປ່າ ແລະ ຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ.


ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້, ມີທັງຫມົດ 4.440 ຕົ້ນ ປູກໃນເນື້ອທີ 4 ເຮັກຕາ ເຊິ່ງປະກອບມີ: ຕົ້ນສາມສາ, ຕົ້ນຍາງບົງ, ຕົ້ນໄມ້ຍົມ, ຕົ້ນຂົມຟາດ, ຕົ້ນຂີ້ເຫລັກ ແລະ ຕົ້ນໄມ້ປະດັບອີກຈຳນວນຫນຶ່ງ ເພື່ອປູກໃສ່ຕາມແຄມທາງຕື່ມອີກ.

ສະເພາະປີນີ້, ເມືອງຫົງສາ ໄດ້ມີແຜນການຈະປູກຕົ້ນໄມ້ໃຫ້ໄດ້ 60.000 ກວ່າຕົ້ນ ໃນເນື້ອທີ 60 ເຮັກຕາ








--------------------------------
ຢ່າລືມ! ເປັນກໍາລັງໃຈໃຫ້ທີມງານ
ພຽງກົດອ່ານໂຄສະນາດ້ານລຸ່ມ





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes