ແຈ້ງການ! ຂໍ​ຂໍ້​ມູນ​ເພື່ອ​ປ້ອງ​ກັນ​ຊັບ​ສິນ​ຂອງ​ບັນ​ດາ​ທ່ານ​ລູກ​ຄ້າ ແລະ ບັນ​ດາ​ທ່ານ​ທົ່ວ​ສັງ​ຄົມ ເພື່ອເຕືອນໄພສັງຄົມ



ບໍ​ລິ​ສັດ ອ້າຍ​ເຄນ​ການ​ຢາ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ​ ບັນ​ດາ​ທ່ານ ຊາບ​ວ່າ:  ນາງ ວາດ​ສະ​ໜາ ສີ​ຊາ​ນົນ, ປັດ​ຈຸ​ບັນ​ຢູ່ ບ້ານ​ປາກ​ກະ​ຍຸງ ​ເມືອງວຽງ​ຄຳ ແຂວງວຽງ​ຈັນ; ໄດ້​ຖືກ​ປົດປ່ອຍ​ອອກ​ ຈາກ​ການ​ເປັນ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ​ອ້າຍ​ເຄນ​ການ​ຢາ​ແລ້ວ ນັບ​ຕັ້ງ​ແຕ່​ວັນ​ທີ 26 ເມ​ສາ 2019 ເປັນ​ຕົ້ນ​ມາ; ເນື່ອງ​ຈາກ​ບັນ​ຫາ​ການ​ນຳ​ໃຊ້​ ໜ້າ​ທີ່-ຕຳ​ແໜ່ງຕົວະ​ຕົ້ມ​ລູກ​ຄ້າ ແລະ ຕົວະ​ຕົ້ມທົ່ວສັງ​ຄົມ, ການ​ສໍ້​ໂກງ​ເງິນ​​ ແລະ ເຮັດ​ຜິດ​ກົດ​ລະ​ບຽບ​ຂອງ​ບໍ​ລິ​ສັດ​ຢ່າງ​ຮ້າຍ​ແຮງ.


ຊຶ່ງ​ຜ່ານ​ມາ, ທາງ​ບໍ​ລິ​ສັດພວກ​ເຮົາ ກໍ່​ໄດ້​ຮີບ​ຮ້ອນ​ຈັດ​ຕັ້ງ​ຄະ​ນະ​ສະ​ເພາະ​ກິດ​ຂຶ້ນ ​ເພື່ອ​ໄກ່​ເກ່ຍ-ແກ້​ໄຂ​​ບັນ​ຫາ​ດັ່ງ​ກ່າວ ແລະ ໄດ້​ຍື່ນ​ສຳ​ນວນ​ຮ້ອງ​ຟ້ອງ ໃຫ້ ເຈົ້າ​ໜ້າ​ທີ່ ​ດຳ​ເນີນ​ການ​ຕາມ​ລະ​ບຽບ​ກົດ​ໝາຍ​ບ້ານ​ເມືອງ ແຫ່ງ ສ​ປປ ລາວ,  ເນື່ອງ​ຈາກ​ບໍ່​ໄດ້​ຮັບ​ຄວາມ​ຮ່ວມ​ມືເທົ່າ​ທີ່​ຄວນຈາກ ​ນາງ ວາດ​ສະ​ໜາ ສີ​ຊາ​ນົນ ແລະ​ ​ເຫັນ​ວ່າ ຜູ​ກ່ຽວ ແມ່ນຍັງມີທ່າ​ອ່ຽງ​​ນຳ​ໃຊ້ຄາ​ລົມ​​ຊັກ​ຈູງໃຫ້​ເຫັນ​ອົກ​ເຫັນ​ໃຈ​ຕົນ​ເອງ ເພື່ອ​ຕົວະ​ຍ​ົວະ​ຜູ້​ອື່ນ​​ຕື່ມຂຶ້ນ​ອີກ​ເລື້ອຍໆ​.

     ສະ​ນັ້ນ, ຖ້າ​ຫາກ​ທ່ານ​ໃດ​​ຫາກພົບ​ເຫັນ ຫຼື ມີ​ຂໍ້​ມູນ​ກ່ຽວ​ກັບ ນາງ ວາດ​ສະ​ໜາ ສີ​ຊາ​ນົນ ຕົວ​ຕົ້ມ-ຍັກ​ຍອກ​ຊັບ ຫຼື ແອບ​ອ້າງ​ຊື່ບໍ​ລິ​ສັດ ເພື່ອ​ຫາ​ປະ​ໂຫຍດ​ສ່ວນ​ຕົວ ແມ່ນ​ຂໍ​ໃຫ້​ຊ່ວຍ​ແຈ້ງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ຫຼື ບໍ​ລິ​ສັດ​ພວກ​ເຮົາ ໃຫ້​ໄວ​ທີ່​ສຸດ ​ເພື່ອ​ປະ​ກອບ​ເປັນ​ຂໍ້​ມູນຊ່ວຍກັນ​ປ້ອງ​ກັນ​​ເຫດ.




--------------------------------












© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes