Home ອາຫານ ດ່ານສາກົນນໍ້າກັ່ນ ຍຶດ ແລະ ທໍາລາຍ ກຸ້ງປາເມີກ ແຊສານຟໍມາລິນ ນໍ້າໜັກ 150 ກິໂລ ມາແຕ່ຫວຽດນາມ
ດ່ານສາກົນນໍ້າກັ່ນ ຍຶດ ແລະ ທໍາລາຍ ກຸ້ງປາເມີກ ແຊສານຟໍມາລິນ ນໍ້າໜັກ 150 ກິໂລ ມາແຕ່ຫວຽດນາມ
May 30, 2019 0
ຊຽງຂວາງ: ວັນທີ 28 ພຶດສະພາ 2019 ຕ້ອງຊົມເຊີຍເຈົ້າໜ້າທີ່ສັດຕະວະແພດທີ່ດ່ານສາກົນນໍ້າກັນ ແຂວງຊຽງຂວາງ ທີ່ໄດ້ກວດພົບສານປົນເປື້ອນ ຟໍມາລິນ ໃນຜະລິດຕະພັນອາຫານທະເລ ທີ່ນໍາເຂົ້າມາຈາກປະເທດ ສ ສ ຫວຽດນານ ຂົນສົ່ງໂດຍລົດເມໂດຍສານ, ເຊີ່ງກວດພົບໃນກຸ້ງຈໍານວນ 50 kg ແລະ ໃນປາມືກຈໍານວນ100kg, ຫຼັງຈາກກວດພົບສານຟໍມາລິນດັ່ງກ່າວນີ້ ເຈົ້າໜ້າທີ່ຂອງພວກເຮົາໄດ້ກັກຜະລິດຕະພັນດັ່ງກ່າວໄວ້ ຫຼັງຈາກນັ້ນໄດ້ນໍາເອົາໄປທໍາລາຍຖີ້ມ. ແລະ ໄດ້ມີການປັບໃໝ ພ້ອມບັນທຶກການກະທໍາຜິດ ຂອງຜູ່ນໍາເຂົ້າຜະລິດຕະພັນອາຫານ ທີ່ເປັນອັນຕະລາຍ.
ລາຍງານໂດຍ: ເຈົ້າໜ້າທີ່ ດ້ານສາກົນນໍ້າກັນ
--------------------------------
Subscribe to:
Post Comments
(
Atom
)








Post a Comment