ລົດຂົນສົ່ງຕໍາກັບລົດຈັກ ເຂດໜອງດ້ວງ ເຈັບ 1 ຄົນ 27/5/19



ນະຄອນຫຼວງວຽງຈັນ: ລາຍງານຈາກ ກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ໃນວັນຈັນ ວັນທີ 27 ພຶດສະພາ 2019 ເວລາ17:09 ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີລົດໃຫຍ່ຕຳລົດຈັກ ເຂດເຕ່ 2 (ທາງອາຊຽນ) ເມືອງສີໂຄດຕະບອງ ນະຄອນຫຼວວຽງຈັນ.

ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່ຕໍາກັບລົດຈັກ ມີຜູ້ບາດເຈັບ 1 ຄົນເປັນເພດຍິງ ອາການເບື້ອງຕົ້ນແມ່ນ ກະທົບສະໂພກ, ກະທົບແຂນແລະມີບາດແຜຕາມແຂນຂາ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວນຳສົ່ງຜູ້ບາດເຈັບໄປໂຮງໝໍມິດຕະພາບ



ສະພາບລົດຈັກ ແມ່ນຖືກລົດໃຫຍ່ຢຽບຕິດຄາກົງລົດ ດ້ານຂວາ. ເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບສາເຫດ ແລະ ໃຜຜິດຖືກ ໃນອຸບັດຕິເຫດ ຄັ້ງນີ້ຕໍ່ໄປ.

ລາຍງານໂດຍ: 1628





--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes