Home ມົນລະພິດ JICA ຊ່ວຍເຫຼືອເຕົາເຜົາຂີ້ເຫຍື້ອ ອັນຕະລາຍ ແກ່ ນະຄອນຫຼວງວຽງຈັນ
JICA ຊ່ວຍເຫຼືອເຕົາເຜົາຂີ້ເຫຍື້ອ ອັນຕະລາຍ ແກ່ ນະຄອນຫຼວງວຽງຈັນ
May 27, 2019 0
ພິທີທົດລອງເປີດນໍາໃຊ້ເຕົາເຜົາຂີ້ເຫຍື້ອ
ໃນຕອນເຊົ້າວັນທີ 27 ພຶດສະພາ 2019 ຢູ່ສະຫນາມບໍາບັດຂີ້ເຫຍື້ອ ຫລັກ32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫ້ອງການ ຄບຕ ຮ່ວມກັບ ອົງການ JICA ປະຈຳ ລາວ ແລະ ບໍລິສັດ KAYAMA ໄດ້ຈັດພິທີເປີດທົດລອງນໍາໃຊ້ເຕົາເຜົາຂີ້ເຫຍື້ອ ພາຍໃຕ້ໂຄງການ " ທົດລອງ ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ໃນນະຄອນຫລວງວຽງຈັນ " ຊຶ່ງເປັນໂຄງການຊ່ວຍເຫລືອ ຈາກ ອົງການ ໄຈກ້າ ປະຈຳລາວ.
ການກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ແມ່ນເປັນສິ່ງທ້າທາຍ ເພາະ ປະລິມານຂີ້ເຫຍື້ອໃນແຕ່ລະວັນ ແມ່ນຫຼາຍເກີນຄວາມສາມາດ ທີ່ຈະກໍາຈັດ. ນອກຈາກນີ້, ຂີ້ເຫຍື້ອ ທີ່ກ່ຽວກັບ ການແພດ ການປິ່ນປົວ ແລະ ຂີ້ເຫຍື້ອ ອັນຕະລາຍ ມີສານເຄມີ ກໍ່ເພີ່ມຂຶ້ນ, ດັ່ງນັ້ນ ເຕົາເຜົາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ ໄຈກາ ໃນຄັ້ງນີ້ຈະຊ່ວຍ ໃນການກໍາຈັດ ໄດ້ອີກລະດັບໜື່ງ.
ພາບແລະຂ່າວ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຄບຕ
--------------------------------
Subscribe to:
Post Comments
(
Atom
)


Post a Comment