ກະບະຕໍາກັບລົດຈັກ ເຈັບ 1 ໜ້າຮ້ານກຸ້ງເຜົາ ທາງອາຊຽນ 27/5/19



ນະຄອນຫຼວງວຽງຈັນ: ອຸບັດຕິເຫດ ເກີດຂຶ້ນໄດ້ທຸກເວລາ ຖ້າປະໝາດ ແລະ ຂັບຂີ່ລະເມີດກົດຈາລະຈອນ. ລາຍງານຈາກ ກູ້ໄພມູນນິທີຈີນ 1628 ໃຫ້ຮູ້ວ່າ ໃນວັນຈັນ ວັນທີ 27 ພຶດສະພາ 2019 ເວລາ 19:22 ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີລົດໃຫຍ່ຕຳລົດຈັກ ເຂດ ເຕ 2 (ຖະໜົນອາຊຽນ) ກຸ້ງເຜົາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທາງໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດກະບະ ຕໍາກັບ ລົດຈັກ ສົ່ງຜົນໃຫ້ ມີຜູ້ບາດເຈັບ 1 ຄົນເປັນເພດຊາຍ ອາການເບື້ອງຕົ້ນແມ່ນ ມີບາດແຜ່ຕາມແຂນຂາ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວນຳສົ່ງຜູ້ບາດເຈັບໄປໂຮງໝໍມະໂຫສົດ.

ເຕືອນໄພທຸກຄົນ ຈົ່ງມີສະຕິ ທຸກຄັ້ງໃນການຂັບຂີ່. ເມົາບໍ່ຂັບ, ຂັບລົດຫ້າມໃຊ້ໂທລະສັບ, ບໍ່ຂັບລົດໄວເກີນຄວນ.

ລາຍງານໂດຍ: 1628









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes