ເຈັບສາຫັດ 1 ເຫດຕໍາສອງຊ້ອນ, ລົດຈັກຕໍາກົ້ນລົດ 10 ລໍ້ ແລ້ວ ລົດກະບະມາຕໍາຊໍ້າ ທາງບ້ານຈັນສະຫວ່າງ ເມືອງສີໂຄດ



ນະຄອນຫຼວງວຽງຈັນ: ເປັນອຸບັດຕິເຫດ ທີ່ຮຸນແຮງ ຈາກການລາຍງານຂອງ ກູ້ໄພມູນນິທິຈີນ 1628 ໃຫ້ຮູ້ອີກວ່າ ໃນວັນອາທິດ ວັນທີ 16 ພຶດສະພາ 2019 ເວລາ 22:32 ນາທີ, ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີລົດຈັກຕຳທ້າຍລົດ 10 ລໍ້ແລ້ວມີລົດກະບະມາຕຳຊ້ອນ ເຂດບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວວຽງຈັນ.

ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນ ລົດ 3 ຄັນທີ່ຮ່ວມອຸບັດຕິເຫດ ໃນຄັ້ງນີ້ ປະກອບມີ ລົດ 10 ລໍ້, ລົດຈັກ ແລະ ລົດກະບະ. ໃນທີ່ເກີດເຫດ ມີຄົນເຈັບ 1 ຄົນ ເປັນເພດຊາຍ ອາການເບື້ອງຕົ້ນແມ່ນ ກະທົບຂາຫັກຜິດຮູບເບື້ອງຂວາ. ກະທົບຫົວແຕກເປີດໃຫຍ່ແລະຊີບພະຈອນເຕັ້ນຕໍ່າ.

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວຟ້າວນຳສົ່ງຜູ້ບາດເຈັບໄປໂຮງໝໍມະໂຫສົດຄົນເຈັບຮອດມືໝໍຢ່າງປອດໄພ.


ສ່ວນການກວດສອບສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ ກ່ຽວຂ້ອງຈະດຳເນີນການໄປຕາມຂັ້ນຕອນຂອງກົດໝາຍ.

ລາຍງານໂດຍ: 1628











--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes