ຈັບໄວລຸ້ນ ຄ້າຢາບ້າ ພ້ອມຂອງກາງ 186 000 ເມັດ ທີ່ບ້ານຕານມີໄຊ ເມືອງໄຊທານີ



ນະຄອນຫຼວງວຽງຈັນ: ໃນວັນທີ 21 ພຶດສະພາ 2019, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາກໍາລັງຕໍາຫຼວດວິຊາສະເພາະເຂົ້າກວດຄົ້ນຫ້ອງເຊົ່າເປົ້າໝາຍຄ້າຂາຍຢາເສບຕິດທີ່ເປັນນັກສຶກສາ ພັກເຊົ່າຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບເຫັນຢາບ້າ ຈຳນວນ 93 ມັດ ເທົ່າ 186. 000 ເມັດ ພ້ອມກັກຕົວເປົ້າໝາຍໄດ້ 2 ຄົນ ໄປດໍາເນີນການສອບສວນ.


ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນ ຊື່ ທ້າວ ເຢັ້ງ ອາຍຸ 20 ປີ ນັກສຶກສາຢູ່ບ້ານອ້ອມ ເມືອງໄຊສົມບູນ ແຂວງໄຊສົມບູນ ແລະ ທ້າວ ນູ່ຢ້າງ ອາຍຸ 23 ປີ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງພວກກ່ຽວເປັນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ຖືກຕິດຕາມການເຄື່ອນ ໄຫວຊື້ຂາຍຢາເສບຕິດມາໄດ້ໄລຍະໜຶ່ງແລ້ວ. ມາຮອດວັນທີ 21 ພຶດສະ ພາ 2019, ສືບຮູ້ການເຄື່ອນໄຫວ ຂອງພວກກ່ຽວທີ່ນັດຊື້ຂາຍຢາບ້າຢູ່ຫ້ອງເຊົ່າບ້ານຕານມີໄຊ.



ຮອດເວລາປະມານ 13:00 ໂມງວັນດຽວກັນ. ພວກກ່ຽວເອົາຢາບ້າຈໍານວນຫຼາຍໄປຊຸກເຊື່ອງໄວ້ຢູ່ຫ້ອງເຊົ່າ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງນໍາກໍາລັງເຂົ້າປິດລ້ອມ ພ້ອມທັງກວດຄົ້ນ ພົບເຫັນຢາບ້າ ຈຳນວນ 93 ມັດ ເທົ່າ 186.000 ເມັດ ໜັກ 23 ກິໂລກຼາມ ແລະ ຢຶດລົດກະບະ RIVO ສີຂາວ ທະບຽນ ຫຄ 4999 ກໍາແພງນະຄອນ ທີ່ໃຊ້ໃນການເຄື່ອງໄຫວຢາເສບຕິດໃນຄັ້ງນີ້ໄວ້ເປັນຫຼັກຖານໄປດຳເນີນຄະດີ.

ຢາບ້າ ຈຳນວນ 93 ມັດ ເທົ່າ 186.000 ເມັດ ນ້ຳໜັກ 23 ກິໂລ ກຼາມ. ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ, ໄດ້ຮັບຊື້ຈາກຄົນຮູ້ຈັກ ເພື່ອຈະເອົາໄວ້ຂາຍ ແຕ່ຖືກເຈົ້າໜ້າທີ່ຕໍາຫຼວດຈັບໄວ້ກ່ອນ. ປັດຈຸບັນ, ຄະດີດັ່ງກ່າວຢູ່ຂັ້ນຕອນການສືບສວນ-ສອບ ສວນຂະຫຍາຍຜົນຫາກຸ່ມແກ້ງ, ພັກພວກເພື່ອຕິດຕາມຈັບຕົວໄປດຳເນີນຄະດີຕາມກົດໝາຍ.

ພາບແລະຂ່າວ: ໜັງສືພິມຄວາມສະຫງົບ




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes