Home ອຸບັດຕິເຫດ ລົດ 10 ລໍ້ ປະທະ ລົດ ຈັກ ທາງ ບ້ານໂນນແກ້ວ ເມືອງສີໂຄດ ກາງເດິກ ເຈັບ 1 ຄົນ 27/5/19
ລົດ 10 ລໍ້ ປະທະ ລົດ ຈັກ ທາງ ບ້ານໂນນແກ້ວ ເມືອງສີໂຄດ ກາງເດິກ ເຈັບ 1 ຄົນ 27/5/19
May 28, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໃຫ້ຮູ້ວ່່າ ໃນວັນທີ 27 ພຶດສະພາ 2019 ເວລາ 22:30 ໄດ້ຮັບແຈ້ງເຫດຜ່ານເບີ 1624 ວ່າມີເຫດລົດ 10 ລໍ້ຕໍາກັນກັບລົດຈັກ
ຢູ່ທີ່ໜ້າຮ້ານອາຫານເຊັກອິນ ຂື້ນກັບ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ແຂວງນະຄອນຫລວງວຽງຈັນ
ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ອອກກວດສອບເຫດພົບ ລົດຈັກປ້າຍທະບຽນ ກໍາແພງນະຄອນ ດລ 8839 ແລະ ລົດ 10 ລໍ້ ຂົນແຫ່ຊາຍ ທະບຽນ ກຳແພງນະຄອນ ບຂ 6340, ແລະ ມີ ຄົນເຈັບ1 ຄົນ ເປັນເພດຊາຍ (ຄົນຂັບລົດຈັກ) ມີອາການເບື້ອງຕົ້ນແມ່ນ ກະທົບຫົວ ບໍ່ໄດ້ສະຕິ ມີບາດແຜເປີດຢູ່ຂໍ້ຕີນເບື້ອງຂວາແລະເລືອດອອກດັງ
ດັ່ງນັ້ນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງໂຮງໝໍ 150 ຕຽງ.
ສ່ວນສາເຫດຂອງການເກີດອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ມາເກັບກໍາຂໍ້ມູນ ແລະ ຈະດຳເນີນໄປຕາມຂັ້ນຕອນຂອງກົດໝາຍ.
ຂໍແຈ້ງເຕືອນທຸກທ່ານ ທີ່ໃຊ້ລົດໃຊ້ຖະໜົນຍາມຄໍ່າຄືນ ເດິກດື່ນຕ້ອງໄດ້ລະມັດລະວັງ ແລະ ຂໍໃຫ້ຂັບຂີ່ ປະຕິບັດ ກົດຈາລະຈອນ ຢ່າງເຄັ່ງຄັດ ເພາະອຸບັດຕິເຫດ ຕອນເດິກ ແມ່ນຮຸນແຮງ ແລະ ຫຼາຍຄັ້ງສູນເສຍຊີວິດ ແລະ ຊັບສິນ.
ພາບແລະຂ່າວ: 1624
--------------------------------
Subscribe to:
Post Comments
(
Atom
)








Post a Comment