Home ເມືອງວັງວຽງ ຊົມເຊີຍ! ຊາວເມືອງວັງວຽງ ພ້ອມໃຈກັນອະນາໄມແມ່ນ້ຳຊອງ ປະຈຳປີ 2019
ຊົມເຊີຍ! ຊາວເມືອງວັງວຽງ ພ້ອມໃຈກັນອະນາໄມແມ່ນ້ຳຊອງ ປະຈຳປີ 2019
May 28, 2019 0
ແຂວງວຽງຈັນ: ວັນທີ່ 25 ພຶດສະພາ 2019 ຜ່ານມານີ້, ຢູ່ທີ່ຫາດດອນກາງ ຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີ ສ້າງຂະບວນການ ອານາໄມນ້ຳຊອງຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ມີບັນດາທ່ານ ຫົວໜ້າຫ້ອງການອ້ອມຂ້າງ, ນາຍບ້ານແຕ່ລະບ້ານ, ກຸ່ມເຮືອກາຍັກ, ກຸ່ມກົງເບັງ, ກຸ່ມເຮືອຈັກຫາງຍາວນຳທ່ຽວ ພ້ອມດ້ວຍ ພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.
ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ການອານາໄມນ້ຳຊອງ ໃນຄັ້ງນີ້ວ່າ: ເນື່ອງຈາກວ່ານ້ຳຊອງເປັນສາຍນ້ຳ ທີ່ມີຄວາມສຳຄັນຫຼາຍ ປຽບເໝືອນເສັ້ນເລືອດໃຫຍ່ ຂອງຊາວເມືອງວັງວຽງ ໃນການພັດທະນາ ເສດຖະກິດ ທາງດ້ານການທ່ອງທ່ຽວ ບັນດາກິດຈະກຳທາງນ້ຳ ເປັນຕົ້ນແມ່ນ ກິດຈະກຳລ່ອງເຮືອກາຍັກ, ລ່ອງກົງເບັງ, ຂີ່ເຮືອຈັກຫາງຍາວ ທ່ຽວຊົມທຳມະຊາດ ເຊິງເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ເມືອງວັງວຽງ ນັບມື້ຫຼາຍຂື້ນພ້ອມນັ້ນ ກໍ່ເປັນການສ້າງລາຍຮັບ ເສດຖະກິດຄອບຄົວໃຫ້ກັບພໍ່ແມ່ປະຊາຊົນ ຊາວເມືອງວັງວຽງ.
ໃນການອານາໄມຄັ້ງນີ້ ແມ່ນກຸ່ມເຮືອຈັກຫາງຍາວນຳທ່ຽວ ເປັນເຈົ້າພາບໃນການ ພົວພັນປະສານ ສົມທົບ ກັບບັນດາຫ້ອງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໃນການຈັດຕັ້ງປະຕິບັດ ສ້າງຂະບວນການເຮັດອານາໄມ ລຽບຕາມແຄມນ້ຳຊອງ ແລະ ເພື່ອເປັນການ ເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເປັນຕົ້ນແມ່ນ ບັນດາເສດກະປ໋ອງ, ແກ້ວ, ຖົງຢາງປະລາສະຕິກ, ກິ່ງໄມ້ ແລະ ອື່ນໆ ທີ່ຢູ່ລຽບຕາມ 2 ຝາກຝັ່ງຂອງແມ່ນ້ຳຊອງ.
ນັບແຕ່ ບ້ານວຽງສະໄໝ ຮອດ ບ້ານຂັນໝາກ ໂດຍໄດ້ມີການແບ່ງເປັນຈຸດອານາໄມ ເພື່ອເຮັດໃຫ້ຂອບເຂດບໍລິເວນສາຍນ້ຳຊອງມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມນັ້ນກໍ່ເປັນການປູກຈິດສຳນຶກໃຫ້ແກ່ຊາວເມືອງ ຈົ່ງພ້ອມໃຈກັນ ອະນຸລັກປົກປັກຮັກສາສາຍນ້ຳຊອງ ດ້ວຍການບໍ່ຖິ້ມສິ່ງເສດເຫຼືອຊະຊາຍລົງໃສ່ນ້ຳຊອງ, ບໍ່ປ່ອຍນໍ້າເສຍລົງສູ່ຫ້ວຍຮ່ອງໂດຍບໍ່ໄດ້ຮັບການບໍາບັດ, ບໍ່ຕັດໄມ້ລຽບຕາມບໍລິເວນນ້ຳຊອງ ແລະປ່າ ຍອດນ້ຳ. ເພື່ອເຮັດໃຫ້ນ້ຳຊອງຢູ່ຄູ່ກັບຊາວເມືອງວັງວຽງຕະຫຼອດໄປ ໃຫ້ສົມກັບຄຳຂວັນຂອງເມືອງທີ່ວ່າ: “ ເມືອງແຫ່ງສາຍນ້ຳໄຫຼ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນ້ຳໃຈຊາວເມືອງປະເສີດ“ ແລະໃຫ້ສອດຄ່ອງກັບຄຳຂວັນ 4 ສໍ ຂອງເມືອງວາງອອກຄື: ( ສໍ ສະຫງົບ, ສໍ ສີຂຽວ, ສໍ ສະອາດ ແລະ ສໍ ສະເໜ່ ).
ຂ່າວ: ທັນວາ
Subscribe to:
Post Comments
(
Atom
)













Post a Comment