ອັດຕະປື ເລັ່ງພັດທະນາແຫຼ່ງທ່ອງທ່ຽວ ແຊພະ-ແຊປ້ອງໄລ ເມືອງສະໜາມໄຊ


ໂອກາດທີ່ທາງທິມງານຈາກສູນກາງ ແລະ ແຂວງ ອັດຕະປື ເຄື່ອນໄຫວເດີນສຳຫຼວດອອກແບບພື້ນທີ່ພັດທະນາແຫຼ່ງທ່ອງທ່ຽວ ເຂດປ່າສະຫງວນນ້ຳຕົກຕາດເເຊພະ-ເເຊປ້ອງໄລ ເມືອງສະໜາມໄຊ ແຂວງອັດຕະປື ໃນລະຫວ່າງ ວັນທີ 8-9 ພະຈິກ 2017 ຜ່ານມາ ເຊິ່ງສະຖານທີແຫ່ງດັ່ງກ່າວແມ່ນບໍລິສັດ ວົງວິໄລການຄ້າຂາອອກ-ຂາເຂົ້າຈຳກັດຜູ້ດຽວ ສຳປະທານ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດໃນລະດັບແຂວງ ແລະ ປັດຈຸບັນກຳລັງເປັນແຫຼ່ງດຶງດູດນັກເດີນທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນຳອີກ.


ທ່ານ ວົງວິໄລ ໄຊຍະສອນ ເຈົ້າຂອງບໍລິສັດທີ່ສຳປະທານແຫຼ່ງທ່ອງທ່ຽວທາງທຳມະຊາດ ນ້ຳຕົກຕາດແຊພະ-ແຊປ້ອງໄລ ໄດ້ຊີ້ແຈງ ແລະ ວາງແນວຄວາມຄິດກຽມຈະປັບປຸງບູລະນະພື້ນທີ່ດັ່ງກ່າວໃຫ້ເປັນບັນຍາກາດໃໝ່ທີດີຂຶ້ນ ທ່ານໄດ້ກ່າວຕໍ່ຄະນະທີ່ໄປຢ້ຽມຢາມວ່າ: ເພື່ອກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນການປັບປຸງແມ່ນສຳເລັດເປັນສ່ວນໃຫຍ່ ເປັນຕົ້ນ ແມ່ນໄດ້ມີການສ້ອມແປງລະບົບເສັ້ນທາງແຕ່ທາງເຂົ້າເຖິງສະຖານທີພັກແຮມໄລຍະທາງ 8 ກິໂມເເມັດ, ປັບປຸງສ້ອມແປງຂົວ ແລະ ເສັ້ນທາງລະຫວ່າງຈຸດພັກແຮມໄປຫາຕາດແຊປ້ອງໄລ 6 ກວ່າກິໂລເເມັດ, ສ້າງຕະຫຼາດຮັບໃຊ້ບໍລິການ ແລະ ສ້າງບ້ານພັກແຮມ ຮອງຮັບແກ່ນັກທ່ອງທ່ຽວ ພ້ອມນີ້ ຍັງຈະໄດ້ມີການປັບປຸງບູລະນະສະຖານທີ່ພັກຜ່ອນຕື່ມໃນຄົບວົງຈອນ ໂດຍຈະຈັດໃຫ້ມີຫຼາຍແບບເຊັ່ນ: ປັບປຸງຈຸດພັກຜ່ອນໃນຕູບ, ຕາມຈຸດພະລານຫີນ, ຈຸດທ່ອງທ່ຽວລ່ອງເຮືອ, ຂີ່ກົງເບັງລ່ອງແກ້ງ, ການເດີນປ່າເພື່ອສຶກສາທຳມະຊາດ ແລະ ກິດຈະກຳອື່ນໆໃຫ້ສົມກັບວ່າ ນ້ຳຕົກຕາດແຊພະ-ແຊປ້ອງໄລ ແມ່ນແຫຼ່ງທ່ອງທ່ຽວສະຫວັນແຫ່ງໃໝ່ທີ່ອັດສະຈັນ ຢູ່ໃນແຂວງ ອັດຕະປື.


ທ່ານ ວົງວິໄລ ໄຊຍະສອນ ກ່າວຕື່ມອີກວ່າ: ສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ານໃດສົນໃຈຢາກໄປທ່ຽວຊົມສາມາດໄປສຳພັດໄດ້ຕາມອັດຕາຍະໄສ ເຊິ່ງລະເສັ້ນທາງກໍ່ສະດວກສະບາຍ, ການເດີນທາງໄປນໍ້າຕົກຕາດແຊປ້ອງໄລ ຖ້າບັນດາທ່ານໄດ້ມາແລ້ວ ແມ່ນຈະໄດ້ພົບກັບສະຖານທີ່ສວຍງາມ, ນ້ຳຕົກຕາດແຊພະກວ້າງ 120 ແມັດສູງ 23 ແມັດ, ແຊປ້ອງໄລ ຫ່າງຈາກ ຕາດແຊພະ 8 ກມ, ນໍ້າຕົກຕາດ ແບ່ງເປັນສອງສາຍ ຝັ່ງຊ້າຍສູງ 20 ແມັດ, ຝັ່ງຂວາ 30-40 ແມັດ, ທ່ານ ສາມາດເດີນທາງໄປໄດ້ສອງລະດູດ້ວຍລົດໂອໂຕ, ລົດຈັກ, ລົດຖີບ ແລະລົດກະບະ ໄລຍະທາງຈາກແຂວງ ອັດຕະປື ຜ່ານສຳນັກເມືອງສະໜາມໄຊ-ບ້ານໄໝ່ເຖິງຕາດເເຊພະ ຕາມສາຍທາງ 18 A ປະມານ 68 ກິໂລເເມັດ.

ພາບຈາກ BB Media


 ຕະຫລອດການເດີນທາງທ່ານຈະໄດ້ສໍາພັດກັບທຳມະຊາດທີ່ສວຍງາມ ແລະ ວິຖີຊີວິດຂອງປະຊາຊົນ ຫຼື ອາດຈະເດີນທາງໄປທາງ ເມືອງປະທຸມພອນແຂວງ ຈຳປະສັກ ຈາກທາງເລກທີ 13 ໃຕ້ ທີ່ຫຼັກ 48 ເມືອງປະທຸມພອນ ແຂວງຈຳປປາສັກ ລ້ຽວຊ້າຍເຂົ້າສູ່ເສັ້ນທາງ ເລກ 18A ຈາກເມືອງປະທຸມພອນ ແຂວງຈຳປາສັກ ສູ່ແຂວງອັດຕະປື ຮອດ 3 ແຍກ ບໍລິເວນບ້ານໃໝ່ (ປະມານ 60 ກິໂລແມັດ) ໃຫ້ລ້ຽວຊ້າຍ ຂີ່ໄປຕາມເສັ້ນທາງ ຈາກ ສະຫນາມໄຊສູ່ເມືອງປາກຊ່ອງ ປະມານ 10 ກວ່າ ກິໂລແມັດ ກໍຈະຮອດຕາດແຊພະຕາມທີ່ທ່ານມຸ້ງຫວັງໄວ້.



ໂດຍ: ອັດຕະປື



--------------------------------




Copy Right: © All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes