Home ຫຼວງພະບາງ ເມືອງໂພນໄຊ ແຂວງຫຼວງພະບາງຈັດງານບຸນຊ່ວງເຮືອປະຈຳປີ 2019
ເມືອງໂພນໄຊ ແຂວງຫຼວງພະບາງຈັດງານບຸນຊ່ວງເຮືອປະຈຳປີ 2019
April 29, 2019 0

ໃນລະຫວ່າງ ວັນທີ່ 26-27 ເມສາ 2019, ເມືອງໂພນໄຊ, ແຂວງຫຼວງພະບາງ ໄດ້ຈັດງານຊ່ວງເຮືອປະຈຳປີ 2019 ຂື້ນຢ່າງຄຶກຄື້ນມ່ວນຊື່ນ ໂດຍມີເຮືອຊ່ວງຈາກບັນດາບ້ານ, ສຳນັກງານອົງການພາຍໃນເມືອງ ແລະ ຕ່າງເມືອງເຂົ້າຮ່ວມແຂ່ງຂັນ 28 ລຳ, ໃນນັ້ນ ເຮືອຊ່ວງເພດຍີງມີ 8 ລຳ. ສຳລັບວັນທີ່ 26 ເມສາ ເປັນການແຂ່ງຂັນສຳລັບເພດຍິງ ແລະ ວັນທີ່ 27 ເມສາ ເປັນການແຂ່ງຂັນສຳລັບເພດຊາຍ.

ຜ່ານການແຂ່ງຂັນທ່າມກາງສຽງຊົມສຽງເຊຍຢ່າງຝົດສະນັ່ນ ຕາມແຄມສອງຟັ່ງ, ຜົນປະກົດວ່າ: ເຮືອຊ່ວງເພດຍິງທີ່ 1 ແມ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທີ່ 2 ໂຮງຮຽນມັດທະຍົມສົມບູນໂພນໄຊ, ແລະ ທີ່ 3 ບ້ານທ່າໂພ.

ເພດຊາຍ ທີ່ 1 ແມ່ນເຮືອຊ່ວງອົງການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ທີ່ 2 ກຸ່ມກະຕ່າງສະເລື່ອງ ແລະທີ່ 3 ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 1.
ສຳລັບລາງວັນທີ່ 1 ແມ່ນໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 2.500.000 ກີບ, ທີ່ 2 ໄດ້ຮັບ ຂັນ 1 ໜ່ວຍພ້ອມເງີນສົດ 2.300.000 ກີບ, ແລະ ທີ່ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 2.000.000 ກີບ.

ນອກນັ້ນ ກໍ່ຍັງມີລາງວັນຊົມເຊີຍ ລາງວັນລະ 800.000 ກີບ ຈໍານວນ 22 ລາງວັນ, ໂດຍແມ່ນ ທ່ານ ສິງຕັນ ໄຊລືຊົງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະປະທານ ຜັດປ່ຽນກັນຂື້ນມອບ.

ໃນໂອກາດນີ້, ທ່ານ ສີຈັນ ລັດສະໝີ, ເຈົ້າເມືອງໆໂພນໄຊ, ປະທານຈັດງານແຂ່ງຂັນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນ ທີ່ໄດ້ເຂົ້າຮ່ວມງານ ແລະ ໄດ້ປະກອບສ່ວນ, ໂດຍໄດ້ນຳເອົາເຮືອຊ່ວງເຂົ້າຮ່ວມການແຂ່ງຂັນ, ເຊິ່ງໄດ້ເຮັດໃຫ້ບັນຍາກາດການແຂ່ງຂັນໃນປີນີ້ ມີຄວາມຄຶກຄື້ນມ່ວນຊື່ນກ່ວາທຸກປີຜ່ານມາ.
ເຂົ້າຮ່ວມຊົນການແຂ່ງຂັນໃນປີນີ້ ມີ ທ່ານພົນຕີ ສົມແກ້ວ ສີລາວົງ, ເລຂາທິການສູນກາງພັກ, ອາດິດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງອ້ອມຂ້າງ ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ເປັນຈຳນວນຫຼາຍ.
ຂ່າວ: ອາພຸດເດດ ບຸບຜາ
Subscribe to:
Post Comments
(
Atom
)
Post a Comment