ປະກາດແຕ່ງຕັ້ງ ປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ ຄົນໃໝ່



ໃນວັນທີ 3 ພຶດສະພາ 2019, ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ, ໄດ້ມີພິທີປະກາດແຕ່ງຕັ້ງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ພາຍໃຕ້ການເປັນປະທານຂອງສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມພິທີດັ່ງກ່າວ, ມີສະຫາຍ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ, ກຳມະການປະຈຳພັກແຂວງ, ເລຂາພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ພ້ອມດ້ວຍບັນດາສະຫາຍໃນຄະນະກຳມະການພັກແຂວງ-ກຳມະການພັກເມືອງ, ແລະ ບັນດາສະຫາຍໃນຄະນະພັກ-ຄະນະບັນຊາສອງກອງບັນຊາການທະຫານ-ຕຳຫຼວດ.



ໃນພິທີ, ສະຫາຍພົນຈັດຕະວາ ບຸນເດືອງ ພັນສົດໃສ, ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນພັກ ວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ, ໂດຍໄດ້ແຕ່ງຕັ້ງເອົາສະຫາຍ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ. ໃນໂອກາດນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມພິທີ,




ໂດຍສະຫາຍໄດ້ເນັ້ນຫນັກໃຫ້ປະທານຄະນະກຳມະການ ປກຊ-ປກສ ຈົ່ງຍົກສູງນ້ຳໃຈຄວາມຮັບຜິດຊອບ ເພື່ອພ້ອມກັນເຮັດສຳເລັດຫນ້າທີ່ການເມືອງຂອງຕົນ, ທັງສືບຕໍ່ເອົາໃຈໃສ່ກໍ່ສ້າງປັບປຸງກຳລັງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂດຍສະເພາະ ກໍ່ແມ່ນກຳລັງ ປກຊ-ປກສ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ເພື່ອແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ, ແລະ ເຮັດໃຫ້ສະພາບການພາຍໃນແຂວງອຸດົມໄຊມີຄວາມສະຫງົບປອດໄພ 100%, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ທັງສອງກຳລັງ ປກຊ ແລະ ປກສ ສາມາດເຮັດສຳເລັດຫນ້າທີ່ຂອງຕົນ, ປະຕິບັດລະບອບສ່ອງແສງລາຍງາຍໃຫ້ເຂັ້ມງວດ, ທັງເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານ, ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນລະບົບລວມສູນປະຊາທິປະໄຕ ຕັດສິນເປັນໝູ່ຄະນະ, ແລະ ປັບປຸງແບບແຜນດຳລົງຊີວິດໃຫ້ປອດໃສຂາວສະອາດ.

ຂ່າວ-ພາບ: ທະນູວັນ

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes