Home ໄຟໄໝ້ ນາງ ປິ່ນມຸກ ແລະ ນາງ ເກດມະນີ ກໍ່ເຫດງັດເອົາເງິນຫ້ອງການ 1.5 ຕື້ກີບ ແລ້ວ ວາງເພີງຫວັງທໍາລາຍຫຼັກຖານ!
ນາງ ປິ່ນມຸກ ແລະ ນາງ ເກດມະນີ ກໍ່ເຫດງັດເອົາເງິນຫ້ອງການ 1.5 ຕື້ກີບ ແລ້ວ ວາງເພີງຫວັງທໍາລາຍຫຼັກຖານ!
May 06, 2019 0
ນະຄອນຫຼວງວຽງຈັນ: ກາຍເປັນ ເຫດອັກຄີໄພ ທີ່ເຊື່ອງດ້ວຍເລ່ລ່ຽມ ຂອງພະນັກງານສໍ້ລາດບັງຫຼວງ ທີ່ຫວັງ ທໍາລາຍຫຼັກຖານ ໃນການ ລັກເອົາເງິນຈໍານວນ 1.5 ຕື້ກີບ.
ອິງຕາມບົດສະຫຼຸບປະຈໍາອາທິດ (23-29 ເມສາ 2019) ຂອງຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 28 ເມສາ 2019 ເວລາປະມານ 24:00 ໂມງ ເກີດໄຟໄໝ້ສູນໂພຊະນາການ ຂອງກະຊວງສາທາລະສຸກ ຕັ້ງຢູ່ບ້ານສີເມືອງ ເມືອງສີສັດຕະນາກ;
ຜ່ານການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະຢ່າງລະອຽດ, ສາມາດຢັ້ງຢືນວ່າ: ສາເຫດໄຟໄໝ້ສູນແມ່ນເກີດຈາກພະນັກງານຢູ່ສູນລັກເງິນ 1.500 ກວ່າລ້ານກີບ ແລ້ວ ເອົາໄຟຈູດສູນ ເພື່ອທໍາລາຍຫຼັກຖານ ແລະ ປິດບັງຄວາມຜິດ.
ຕົກມາຮອດວັນທີ 29 ເມສາ 2019, ເຈົ້າໜ້າທີ່ໄດ້ກັກຕົວ ນາງ ປິ່ນມຸກ ແລະ ນາງ ເກດມະນີ ພະນັກງານປະຈໍາສູນ ທີ່ຕົກເປັນເປັນຜູ້ຖືກຫາ ມາສອບສວນ ແລະ ຜູ້ກ່ຽວສາລະພາບວ່າ: ໃນມື້ເກີດເຫດ, ໄດ້ພາກັນລົງມືງັດຫ້ອງການຂອງຫົວໜ້າສູນ, ຫ້ອງການ ແລະ ງັດຕູ້ເຊບ ເພື່ອລັກເອົາເງິນຈໍານວນ 1.500 ລ້ານກີບ. ຈາກນັ້ນ, ໄດ້ນໍາເອົານໍ້າມັນ ຈຳນວນ 5 ລິດ ມາຮວາດໃສ່ຫ້ອງການ ແລ້ວເອົາໄຟຈູດ.
ຈາກເຫດການທີ່ເກີດຂຶ້ນ, ເຖິງແມ່ນວ່າຜູ້ຖືກຫາພະຍາຍາມຈູດສູນທໍາລາຍຫຼັກຖານ ເພື່ອປິດບັງການກະທໍາຜິດ ແຕ່ເຈົ້າໜ້າທີ່ກໍຍັງສາມາດສືບຮູ້ໄດ້ ແລະ ນໍາຕົວຜູ້ກໍ່ເຫດມາດຳເນີນຄະດີຕາມລະບຽບກົດໝາຍ.
ລາຍງານໂດຍ: ໜັງສືພິມຄວາມສະຫງົບ
--------------------------------
Subscribe to:
Post Comments
(
Atom
)


Post a Comment