ລົດຈັກຕໍາກັບລົດຂົນສົ່ງ ກາງຂົວ ທີ່ປາກເຊ ຄົນຂັບລົດຈັກຕີນຂາດ ເຈັບສາຫັດ



ຈໍາປາສັກ: ລາຍງານຈາກ ໜ່ວຍກູ້ໄພມູນນິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ສາຂາ ຈໍາປາສັກ ໃຫ້ຮູ້ວ່າ ໃນວັນທີ 17 ພຶດສະພາ  2019 ເວລາ 21:50 ນາທີ ໄດ້ເກີດອຸບັດຕິເຫດ ລົດຈັກ ຕໍາກັບ ລົດ ຂົນສົ່ງ. ຈຸດເກີດເຫດ ແມ່ນຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ.




ທາງໜ່ວຍກູ້ໄພມູນນິທິ 1623 ຮອດຈຸດເກີດເຫດພົບຜູ້ ບາດເຈັບ 01ຄົນ ເພດ ຊາຍ. ອາຍຸ 48 ປີ ອາຊີບ ປະຊາຊົນ ບ້ານ ແຮ່ ນະຄອນປາກເຊ ແຂວງ ຈຳປາສັກ. ອາການເບື້ອງຕົ້ນ ແມ່ນມີແຜເປີດຢູ່ງ່ອນ ແຂນຊ້າຍຜິດຮູບ, ຂາຊ້າຍຖືກລົດຢຽບ, ຂາຂວາມີແຜເປີດຢູ່ຕີນ, ອາການສາຫັດ.



ທາງອາສາກູ້ໄພຈິ່ງປະຖົມພະຍາບານເບື້ອງຕົ້ນ ແລະ ນໍາສົ່ງໂຮງໝໍ.

ສ່ວນສາເຫດ ຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນການຕໍ່ໄປ.
ຮຽກຮ້ອງໃຫ້ທຸກຄົນ ຕ້ອງມີສະຕິລະວັງຕົວ, ຂັບລົດດ້ວຍຄວາມລະມັດລະວັງ.

------------------------------------
ບາດເຈັບ ອຸປະຕິເຫດສຸກເສີນ ໂທ 1623 ຫຼື 0304912875ຕະຫຼອດ 24 ຊົ່ວໂມງ





--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes