Home ອຸບັດຕິເຫດ ເຈັບສາຫັດ! ກະບະປີ້ນຫງາຍທ້ອງ ທາງບ້ານດຸງ ເຊົ້າວັນທີ 17/5/2019
ເຈັບສາຫັດ! ກະບະປີ້ນຫງາຍທ້ອງ ທາງບ້ານດຸງ ເຊົ້າວັນທີ 17/5/2019
May 17, 2019 0
ນະຄອນຫຼວງວຽງຈັນ: ບັນຫາອຸບັດຕິເຫດ ທາງທ້ອງຖະໜົນ ແມ່ນຍັງເປັນສິ່ງທ້າທາຍສໍາລັບຄົນລາວ ເພາະມັນເກີດຂຶນຫຼາຍ. ຫຼ້າສຸດ ຈາກການລາຍງານຈາກກູ້ໄພນາຄາໃຫ້ຮູ້ວ່າ ໃນວັນທີ 17 ພຶດສະພາ 2019 ເວລາປະມານ 05:35 ນາທີ ໄດ້ຮັບແຈ້ງເຫດລົດປີ້ນ ຈຸດເກີດເຫດແມ່ນຢູ່ເຂດບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ອຸບັດຕິເຫດຄັ້ງນີ້ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ອາຍຸ 20ປີ ປະຈຸບັນຢູ່ບ້ານ ນາໄຫ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ອາການບາດເຈັບເບື້ອງຕົ້ນແມ່ນກະທົບຂາທັງ 2 ຂ້າງ ແລະ ບ່າໄຫລ່ຫຼຸດ
ດັ່ງນັ້ນ, ອາສາກູໄພ້ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍເມືອງໄຊເສດຖາ.
ສະພາບລົດແມ່ນປີ້ນຫງາຍທ້ອງ ລົງຂ້າງທາງ, ຈາກສະພາບທີ່ເຫັນ ລົດໄດ້ຮັບຄວາມເສຍຫາຍຫຼາຍສົມຄວນ.
ການຊ່ວຍກູ້ໄພຄັ້ງນີ້ ໄດ້ມີການສົມທົບກັນ ຂອງສອງໜ່ວຍງານຄື 1623 ແລະ ກູ້ໄພນາຄາ.
ແຈ້ງເຫດສຸກເສີນໂທ: 020 2345 6784 ຫຼື 1624 ໄດ້ຕະຫຼອດ 24 ຊົ່ວໂມງ.
ລາຍງານໂດຍ: ກູ້ໄພນາຄາ
--------------------------------
Subscribe to:
Post Comments
(
Atom
)






Post a Comment