Home ອຸບັດຕິເຫດ ເສົ້າໃຈ! ລົດຈັກປະທະລົດກະບະ ເສຍຊີວິດ ຄາທີ 1 ຄົນ ທາງເມືອງປາກງຶ່ມ
ເສົ້າໃຈ! ລົດຈັກປະທະລົດກະບະ ເສຍຊີວິດ ຄາທີ 1 ຄົນ ທາງເມືອງປາກງຶ່ມ
May 17, 2019 0
ນະຄອນຫຼວງວຽງຈັນ: ອຸບັດຕິເຫດ ທາງທ້ອງຖະໜົນ ໂດຍສະເພາະ ຍາມຄໍ່າຄືນ ກາຍເປັນສິ່ງທີ່ໜ້າເປັນຫ່ວງ ເພາະ ແຕ່ລະມື້ ແມ່ນມີຂ່າວຈາກໜ່ວຍກູ້ໄພ ທຸກມື້ ແລະ ມີເຫດ ຮ້າຍແຮງ ທີ່ຫຼາຍຄັ້ງ ແມ່ນເຖິງຂັ້ນເສຍຊີວິດ. ດັ່ງເຫດ ທີ່ລາຍງານຈາກ ສະມາຄົມອາສາກູ້ໄພ ນະຄອນຫຼວງ 1624 ໃຫ້ຮູ້ວ່າ ໃນວັນທີ 16 ພຶດສະພາ 2019 ຜ່ານມາ ເວລາປະມານ 22:20 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນມີອຸບັດເຫດຢູ່ບ້ານໜອງບົວທອງ ເມືອງປາກງື່ມ ນະຄອນຫລວງວຽງຈັນ
ທາງອາສາກູ້ຊີບ-ກູ້ໄພນະຄອນຫຼວງ ຈື່ງອອກກວດສອບເຫດພົບເຫັນຄົນເຈັບ 1ຄົນເປັນເພດຊາຍ ອາການແມ່ນກະທົບຫົວ,ບາດແຜຊຳ້ບໍລິເວນໜ້າເອິກ,ໝົດສະຕິ,ຫົວໃຈຢຸດເຕັ້ນ,ຢຸດຫາຍໃຈ. ດັ່ງນັ້ນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນ ແລະ ຊ່ວຍປຳ້ຫົວໃຈ ( cpr ) ແຕ່ຄົນເຈັບບໍ່ມີການຕອບສະໜອງໃດໆ. ຜູ່ກ່ຽວເສຍຊີວິດຄ່າທີ່.
ທີ່ເກີດເຫດ ມີລົດຈັກ ສະພາບເພເສຍຫາຍໜັກ ແລະ ລົດກະບະ ທີ່ເປັນຄູ່ຮ່ວມເຫດ, ທາງເຈົ້າໜ້າທີ່ຈະກວດສອບ ຫາສາເຫດ ແລະ ດຳເນີນຄະດີໄປຕາມກົດໝາຍ.
ຮຽກຮ້ອງໃຫ້ທຸກຄົນ ຕ້ອງມີສະຕິລະວັງຕົວ, ຂັບຂີ່ລົດ ຕ້ອງລະມັດລະວັງ ແລະ ໃຫ້ປອດໄພໄວ້ກ່ອນ. ຫ້າມເດັດຂາດ ເມົາບໍ່ຂັບ, ຫ້າມຂີ່ລົດໄວເກີນຄວນ, ຫ້າມໃຊ້ໂທລະສັບ ເວລາຂັບລົດ. ເພື່ອຄວາມປອດໄພຂອງທ່ານເອງ ແລະ ຄົນຮ່ວມເດີນທາງ.
ລາຍງານໂດຍ: 1624
Subscribe to:
Post Comments
(
Atom
)








Post a Comment