ລົດໃຫຍ່ຕໍາຄົນຍ່າງ ແລ້ວໜີ! ເສຍຊີວິດຄາທີ່ 1 ຄົນ ໜ້າປໍ້ານໍ້າມັນ ນາຊາຍທອງ


ນະຄອນຫຼວງວຽງຈັນ: ບັນຫາຕໍາແລ້ວໜີ ຍັງເປັນເລື່ອງທີ່ເກີດຂຶ້ນ ເລື້ອຍໆ ແລະ ຫຼາຍກໍລະນີ ແມ່ນຈັບມາລົງໂທດບໍ່ໄດ້. ດັ່ງເຫດການຫຼ້າສຸດ ຈາກການລາຍງານ ຂອງໜ່ວຍກູ້ໄພ 1623 ໃຫ້ຮູ້ວ່າ ໃນວັນທີ 26 ພຶດສະພາ 2019 ເວລາ 22:54ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດໃຫຍ່ຕຳຄົນຢ່າງ ຈຸດເກີດເຫດແມ່ນໜ້າປ້ຳນ້ຳມັນ ນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. ລົດໃຫຍ່ແມ່ນໄດ້ລົບໜີ.



ຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ເສີຍຊີວິດ 1 ຄົນ ເພດຍິງ ບ້ານ ສີໃຄທ່າ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ອາການເບື້ອງຕົ້ນແມ່ນກະທົບຫົວ  ເສຍຊີວິດຄາທີ່. ດັ່ງນັ້ນໜວ່ຍກູ້ໄພມູນນີທິຈື່ງໄດ້ນຳສົ່ງສົບຜູ້ເສີຍຊີວິດໄປໄວ້ວັດແກ້ວປ່າ.

ສ່ວນການສືບສວນຫາ ລົດໃຫຍ່ທີ່ຕໍາແລ້ວໜີ ນັ້ນທາງເຈົ້າໜ້າທີ່ຈະດຳເນີນການຕາມຂັ້ນຕອນ ແລະ ແຈ້ງໃຫ້ລົດໃຫຍ່ທີ່ຫຼົບໜີ ໃຫ້ມອບຕົວດ່ວນ ເພື່ອໂທດໜັກ ຈະກາຍເປັນເບົາ.

ລາຍງານໂດຍ: 1623




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes