ລົດຂົນສົ່ງຕໍາກັບລົດຈັກ ທາງຫ້ວຍຫົງ ເຈັບ 3 ຄົນ 25/5/19


ນະຄອນຫຼວງວຽງຈັນ: ລາຍງານຈາກ ໜ່ວຍກູ້ໄພ 1623 ແລະ 1628 ໃຫ້ຮູ້ວ່າ ໃນວັນທີ 25 ພຶດສະພາ 2019 ເວລາ 17:45 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ແລະ 1628 ວ່າມີ ເຫດລົດໃຫຍ່ຕໍາກັບລົດຈັກ ຈຸດເກີດເຫດ 4 ແຍກ ບ້ານຫ້ວຍຫົງ, ນະຄອນຫຼວງວຽງຈັນ.



ໜ່ວຍກູ້ໄພ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ ຍິງ 3 ຄົນ

ຄົນທີ່ 1 ເພດຍີງ ອາຍຸ 29 ປີ ປະຈຸບັນຢູ່ ບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີ ອາການເບື້ອງຕົ້ນແມ່ນ ກົກຂາໂຕ້ເບື້ອງຊ້າຍຫັກ ຄ້າງຈີກ ມີບາດແຜຕາມຕົນໂຕ . ນໍາສົ່ງໂຮງໝໍໂດຍ 1623



ຄົນທີ່ 2 ແມ່ນມີ ອາການກະທົບຂາເບື້ອງຊ້າຍ ແລະ ແຜຕາມແຂນຂາ, ແລະ  ຄົນເຈັບຜູ່ທີ 3 ແມ່ນມີອາການກະທົບແຂນເບື້ອງຊ້າຍ ແລະ ແຜຕາມແຂນຂາ. ໜ໋ວຍກູ້ໄພ 1628 ນໍາສົ່ງໂຮງໝໍ.


ສ່ວນການກວດສອບຫາສາເຫດຂອງອຸບັດຕິເຫດ, ເຈົ້າໜ້າທີ່ຈະກວດສອບຕາມຂັ້ນຕອນກົດໝາຍຕໍ່ໄປ.

ລາຍງານໂດຍ: 1623 ແລະ 1628












--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes