Home ວັນປູກຕົ້ນໄມ້ ປີ 2019 ນີ້! ເມືອງລະມາມ ຈະປູກໄມ້ເປັນປ່າເກືອບ 300 ເຮັກຕາ
ປີ 2019 ນີ້! ເມືອງລະມາມ ຈະປູກໄມ້ເປັນປ່າເກືອບ 300 ເຮັກຕາ
May 31, 2019 0
ເມືອງລະມາມແຂວງເຊກອງຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2019) ຂຶ້ນ ໃນວັນທີ 31 ພຶດສະພາ 2019 ເພື່ອແນ່ໃສ່ປະຕິບັດຕາມຄາດໝາຍໃນການເພີ່ມພື້ນທີ່ປົກຫຸ້ມສີຂຽວໃນທົ່ວປະເທດໃຫ້ໄດ້ 70% ໃນປີ 2020.
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງ, ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງໆລະມາມ; ພ້ອມນີ້ ກໍມີທ່ານຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ທ່ານຮອງເຈົ້າເມືອງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ບໍລິສັດລັດວິສາຫະກິດ, ອົງການປົກຄອງບ້ານ, ຄູ-ອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ.
ໃນພິທີ ທ່ານ ບຸນເຖິງ ດວງປະເສີດ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງລະມາມໃຫ້ຮູ້ວ່າ: ນັບແຕ່ປີ 1995-2018 ເມືອງລະມາມໄດ້ປູກໄມ້ໃຫ້ເປັນປ່າໄດ້ທັງໝົດ 2.023,5 ເຮັກຕາ, ໃຊ້ເບ້ຍໄມ້ທັງໝົດ 9 ແສນກວ່າເບ້ຍ ໃນນນີ້ພາກລັດປູກ 111,64 ເຮັກຕາ; ປະຊາຊົນປູກ 283,62 ເຮັກຕາ ແລະບໍລິສັດປູກ 1.627,79 ເຮັກຕາ ຊຶ່ງເຮັດໃຫ້ປະຈຸບັນ ເມືອງລະມາມມີເນື້ອທີ່ປ່າໄມ້ປົກຫຸ້ມທັງໝົດ 139.589 ເຮັກຕາກວມເອົາ 71,9% ຂອງເນື້ອທີ່ທົ່ວເມືອງ.
ແນວໃດກໍດີ ຕາມເກັບກໍາຂໍ້ມູນຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃນແຕ່ລະປີມີປ່າໄມ້ຖືກທໍາລາຍດ້ວຍການຖາງປ່າເຮັດໄຮ່ແບບເລື່ອນລອຍຂອງປະຊາຊົນ, ການພັດທະນາພື້ນຖານໂຄງລ່າງ ແລະລັກລອບຂຸດຄົ້ນໄມ້ຜິດກົດໝາຍຂອງກຸ່ມຄົນບໍ່ດີລວມທັງໝົດປະມານ 200 ກວ່າເຮັກຕາ, ສະນັ້ນ ເພື່ອເປັນການປະຕິບັດຕາມຄາດໝາຍໃນການເພີ່ມພື້ນທີ່ປົກຫຸ້ມສີຂຽວໃນທົ່ວປະເທດໃຫ້ໄດ້ 70% ໃນປີ 2020 ຂອງລັດຖະບານວາງອອກ ໂດຍໃນປີ 2019 ນີ້ເມືອງລະມາມໄດ້ວາງຄາດໝາຍຈະປູກໄມ້ໃຫ້ເປັນປ່າໃນເນື້ອທີ່ 293 ເຮັກຕາ ແລະຄາດຄະເນຈະໃຊ້ເບ້ຍໄມ້ທັງໝົດ 45.782 ເບ້ຍ ໂດຍໄມ້ທີ່ນໍາມາປູກປະກອບມີໄມ້ດູ່, ໄມ້ແຄນ, ໄມ້ຍາງ, ໄມ້ຫາງຍູງ, ໄມ້ສາມາສາ ແລະໄມ້ຈໍາປາ.
ໂອກາດເຂົ້າຮ່ວມທ່ານ ຄຳເຜີຍ ບຸດດາວຽງ ກໍໄດ້ຮຽກຮ້ອງມາຍັງຂະແຜໜງການກ່ຽວຂ້ອງເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍ ແລະລະບຽບການກ່ຽວກັບການປູກໄມ້, ການຟື້ນຟູປ່າທໍາມະຊາດ ເພື່ອໃຫ້ທຸກຊັ້ນຄົນໃນທົ່ວສັງຄົມຮັບຮູ້, ເຊື່ອມຊຶມ ແລະເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານປ່າໄມ້ ໂດຍສະເພາະແມ່ນການປູກໄມ້, ການຟື້ນຟູປ່າໄມ້ທໍາມະຊາດ, ການປົກປັກຮັກສາປ່າໄມ້ ແລະສິ່ງແວດລ້ອມ. ພ້ອມທັງປຸກລະດົມຄອບຄົວ, ຜູ້ປະກອບການ, ອົງການຈັດຕັ້ງຂອງລັດຈັດກິດຈະກໍາສະເຫຼີມສະຫຼອງວັນດັ່ງກ່າວໃຫ້ຟົດຟື້ນ ແນໃສ່ປູກຈິດສໍານຶກໃຫ້ອະນຸຊົນ-ເຍົາວະຊົນເຂົ້າໃຈເຖິງຄຸນປະໂຫຍດຂອງຕົ້ນໄມ້, ຕໍ່ການດໍາລົງຊີວິດ ແລະກ່ຽວພັນກັບການປ່ຽນ ແປງດິນຟ້າອາກາດ.
• ຂ່າວ : ສັນຍາ
--------------------------------
Subscribe to:
Post Comments
(
Atom
)



Post a Comment