Home ລັກຊັບ ເຜີຍຄລິບຕອນໂຈນ ປຸ້ນຈີ້ເອົາລົດທີ່ເຊໂນ ສະຫວັນນະເຂດ 25/5/2019
ເຜີຍຄລິບຕອນໂຈນ ປຸ້ນຈີ້ເອົາລົດທີ່ເຊໂນ ສະຫວັນນະເຂດ 25/5/2019
May 25, 2019 0
ສະຫວັນນະເຂດ: ຈາກເຫດການ ໂຈນຈີ້ເອົາລົດທີ່ເຊໂນ ໃນຕອນບ່າຍວັນທີ 25 ພຶດສະພາ 2019, ຜູ່ເສຍຫາຍ ສົມທົບກັບເຈົ້າໜ້າທີ່ສາມາດ ຕາມຈັບໂຈນໄດ້ພາຍໃນວັນດຽວກັນ.
ມາເບິ່ງຄລິບ ຕອນທີ່ ຄົນຮ້າຍລົງມືກໍ່ເຫດ. ຕອນທີ່ຜູ່ຂັບລົດໄດ້ໄຂປະຕູກຽມຈະລົງລົດ, ໂຈນໄດ້ລັກເຂົ້າປະຕູຫຼັງລົດ ແລ້ວ ຍູ້ຄົນຂັບພ້ອມລູກນ້ອຍ ອອກ, ແລ້ວຂີ່ລົດໜີໄປເລີຍ.
ຂ່າວທີ່ກ່ຽວຂ້ອງ
ສະຫວັນນະເຂດ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍ ວັນທີ 25 ພຶດສະພາ 2019 ເກີດເຫດ ໂຈນຈີ້ເອົາລົດລົດກະບະ ວີໂກ້ສີປອນທອງ ທະບຽນ ກ.ລ 9126 ສະຫວັນນະເຂດ. ລົດແມ່ນລົດຂອງນາງກີ້ ຢູ່ເຊໂນ ທີ່ໄປດອງບ້ານໝູ່ ແລ້ວ ໝູ່ຂອງລາວຢືມໄປຮັບລູກ. ຂະນະທີ່ຜູ່ຂັບລົດຈອດເພື່ອຖ້າຮັບເອົາລູກ ໄດ້ມີຄົນຮ້າຍເຂົ້າມາຈີ້ເອົາລົດ. ຫຼັງຈາກນັ້ນຄົນຮ້າຍ ໄດ້ຂີ່ ໄປທາງບ້ານໂພນຢານາງ, ເມືອງອຸທຸມພອນ ແຂວງສະຫວັນນະເຂດ.
ຜູ່ເສຍຫາຍ ຈິ່ງໄດ້ປະສານງານກັບທາງເຈົ້າໜ້າທີ່ ແລະ ດັກສະກັດ, ສາມາດຕາມຈັບໄດ້ ທີ່ເຂດ ໜອງຝາຍ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ໂຈນທີ່ລັກ ເປັນຄົນ ຫລັກ 26 ບ້ານນາທາດ.
ຊົມເຊີຍ ເຈົ້າໜ້າທີ່ ທີ່ປະຕິບັດການຢ່າງວ່ອງໄວ ແລະ ສາມາດຈັບໂຈນໄດ້ກັບມື້.
ລາຍງານໂດຍ: ເຈນນີ ພູມມາ
Subscribe to:
Post Comments
(
Atom
)






Post a Comment