ຈັບໄດ້ແລ້ວ! ໂຈນຈີນ ກໍ່ເຫດລັກເງິນ 26 ລ້ານ ຈາກລົດ!



ນະຄອນຫຼວງວຽງຈັນ: ລາຍງານຈາກຜູ່ເສຍຫາຍ ເຫດ ໂຈນລັກເງິນຢູ່ລົດ ກະບະ 26 ລ້ານໃຫ້ຮູ້ວ່າ, ສາມາດຈັບໄດ້ແລ້ວ ໂຈນທີ່ໃຊ້ເຄື່ອງຕັດສັນຍານລັອກປະຕູລົດແລ້ວລັກເອົາເງິນໄປກວ່າ 26 ລ້ານກີບ ເປັນຄົນສັນຊາດຈີນ ເຊິ່ງຈັບໄດ້ວັນທີ 14/05/2019 ທີ່ຊັງຈ່ຽງ 















ນະຄອນຫຼວງວຽງຈັນ: ຜູ່ໃຊ້ເຟສ ບຸກ Jai Dtl
ໄດ້ໂພດແຈ້ງເຕືອນ ແລະ ປະກາດຕາມຫາໂຈນ ສອງຄົນທີ່ກໍ່ເຫດ ໃຊ້ລະບົບລົບກວນການລັອກກະແຈລົດໃຫຍ່ ແລ້ວສາມາດໄຂລົດ ເຂົາໄປລັກເອົາຊັບສິນ ໄປທັງໝົດ 26 ລ້ານກີບ.

ເກີດເຫດ ເວລາປະມານ 10:45 ວັນທີ 13 ພຶດສະພາ 2019, ໜ້າຮ້ານອາຫານ HK ວິວມໍ, ນະຄອນຫຼວງວຽງຈັນ. ເຊິ່ງຄົນຮ້າຍ ຈາກຄລິບກ້ອງວົງຈອນປິດ ແມ່ນມີການວາງແຜນ ໃຊ້ລະບົບ ຕັດສັນຍານການລັອກປະຕູລົດ, ກ່ອນທີ່ຈະສາມາດ ໄຂເຂົ້າໄປເອົາຢ່າງງ່າຍດາຍ.




ທ່ານໃດຮູ້ເບາະແສ ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ ຫຼື ຜູ່ເສຍຫາຍ Jai Dtl


ໂສມໜ້າພວກກໍ່ເຫດ












--------------------------------






© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes