Home ອຸບັດຕິເຫດ ສາວຊີ້ງລົດກາງເດິກ ເສຍຫຼັກຕໍາກໍາແພງ ເຈັບໜັກ 26/5/19
ສາວຊີ້ງລົດກາງເດິກ ເສຍຫຼັກຕໍາກໍາແພງ ເຈັບໜັກ 26/5/19
May 26, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກ ກູ້ໄພ 1623 ໃຫ້ຮູ້ວ່າ ໃນວັນທີ 26 ພຶດສະພາ 2019 ເວລາ 02:17 ໂມງເຊົ້າ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດໃຫຍ່ຕຳກຳແພງ ຈຸດເກີດເຫດ ແມ່ນ ຂ້າງໂຮງຮຽນລາວ-ຫວຽດ, ນະຄອນຫຼວງວຽງຈັນ.
ໜ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 1 ຄົນ ເພດຍີງ ອາຍຸ 31 ປີ ປະຈຸບັນຢູ່ ບ້ານ ສາຍນຳ້ເງີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຄົນເຈັບມີອາການເບື້ອງຕົ້ນແມ່ນ ສົບແຕກ ເລືອດດັງອອກ
ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ150ຕຽງ
ສະພາບລົດແມ່ນຕໍາເຂົ້າກໍາແພງ ດ້ານໜ້າໄດ້ຮັບຄວາມເສຍຫາຍໜັກ.
--------------------------------
Subscribe to:
Post Comments
(
Atom
)





Post a Comment