Home ອັດຕະປື ສອງຜົວເມຍໄປກິນເຂົ້າ ຖືກຄົນຫວຽດນາມ 3 ຄົນລຸມຕີ ທີ່ອັດຕະປື
ສອງຜົວເມຍໄປກິນເຂົ້າ ຖືກຄົນຫວຽດນາມ 3 ຄົນລຸມຕີ ທີ່ອັດຕະປື
May 17, 2019 1
ອັດຕະປື: ຜູ່ໃຊ້ເຟສບຸກ Pookky Saiyasad ໄດ້ໂພດຂໍ້ຄວາມໃນ ເວລາປະມານ 1:52 ວັນທີ 17 ພຶດສະພາ 2019 ແຈ້ງເຫດການອາລະວາດຕີກັນ ທີ່ຮ້ານອາຫານແຫ່ງໜື່ງ ທີ່ແຂວງອັດຕະປື) ແລ້ວ ມີແຂກຄົນຫວຽດນາມ 4 ຄົນ ເຂົ້າມາກິນເຂົ້າ, ຈາກນັ້ນໄດ້ ມີການອາລະວາດ ແລະ ຕີຜົວເຈົ້າຂອງຮ້ານ.
ເຊິ່ງຂໍ້ຄວາມຈາກ Pookky Saiyasad ມີດັ່ງນີ້
''ຄວາມເຈັບບໍ່ຮູ້ຊິເວົ້າ ອີ່ຕົນແຕ່ຜົວ 😭😭😭(ແຊ໌ພ້ອມ)
ນັ່ງກິນເຂົ້າຢູ່ຮ້ານຊື່ໆກະເຈັບກິນເຂົ້າຍັງບໍ່ອີ່ບຊ້ຳ
ເລື່ອງມີ່ຢູ່ວ່າ" ຄົນຫວຽດຈັກມາແຕ່ໃສ 4 ຄົນຫຸ່ນບັກໃຫ່ຍ(ຕຸ້ຍ)ນັກເລງຈັກເມົາມາແຕ່ໃສເຮົາກະຮັບແຂກຕາມປົກກະຕິເຮັດຂອງກິນໃຫ້ຮຽບຮ້ອຍແລະເບຍ 4 ແກ້ວແລ້ວໄລ່ເງິນ. ຄົນຫວຽດຜູ້ 1 ກັບບ້ານຍັງ 3 ຄົນ6ຕີນ6ມືນັ່ງກິນຕໍ່ ພໍຮອດຕອນເຂົາຊິກັບບ້ານເຮົາກະເວົ້າວ່າຂອບໃຈເດີ້ລາວກະຍີ້ມໃສ່ (ຜົວຂ້ອຍກະແນມເບິ່ງຊື່ໆແລ້ວຂ້ອຍກັບຜົວກະກິນເຂົ້າຕໍ່ )ພໍຂ້ອຍຫັນມາອີກເທື່ອຜູ້ຊາຍທັງ 3 ກະເວົ້າມາສາຫວຽດໃສ່ຜົວຂ້ອຍຜົວກະຕອບວ່າບໍ່ເຂົ້າໃຈຂ້ອຍກະບໍ່ເຂົ້າໃຈໄດ້ຍິນແຕ່ເຂົາວ່າ "ແມ່ໆ "ຈັກເວົ້າອີກຫັນແດ່ຫລາຍອັນ ບໍ່ຮອດວິນາທີກະແລ່ນມາຕີຜົວຂ້ອຍທັງ3ບໍ່ມີຫ້າມເອົາກັນ ຂ້ອຍໄດ້ແຕ່ຫ້າມ.
ຫ້າມໄປຫ້າມມາຖືກຕີພ້ອມຈົນວ່າປາກເລືອດອອກຖືກກຳບັ້ນພ້ອມອີກ ຄວາມວ່າເປັນຄົນທີ່ເຈັບແທນໄດ້ ບໍ່ຈັກມີດ.ໂຕະ.ຕັ່ງ.ຕັ່ງຢາງຮັກປະມານ3ໜ່ວຍບໍ່ລວມໂຕບໍ່ຮັກ .ແກ້ວເບຍປະມານ15ແກ້ວ.ຈອກປະມານ20-30 ໜ່ວຍ.ຕີນ.ກຳບັ້ນ.ແລະອື່ນໆ ຂ້ອຍຊ່ວຍກອດເຈົ້າໄວ້ບໍ່ໃຫ້ເຈົ້າເຈັບແຕ່ເຈົ້າກະເຈັບຈົນໄດ້
ຊີວິດປານໃນຫນັງເຂົາຕີແລ້ວບອກໃຫ້ຜົວເມຍເຮົານົບຕີນເຂົາເຮົາກະນົບ.ບອກໃຫ້ຈູບຕີນເຂົາເຮົາກະຈູບເຮັດໝົດທຸກຢ່າງທີ່ເຂົາໃຫ້ເຮົາເຮັດໂດຍບໍ່ຄິດຊີວິດຂໍແຕ່ໃຫ້ເຮົາຫລອດ ແຕ່ເຂົາກະຍັງຕີເຈົ້າປານຕາຍອີກ ຮ້ອງຫາຄົນຊ່ວຍກະບໍ່ມີໃຜ ມີເຂົາກະຢືນເບິ່ງຊື່ໆຈົນໄດ້ໂທຫາແມ່ມາຊ່ວຍ
ເປັນອຸຖາຫອນເວລາຫວຽດເມົາຢ່າເຂົ້າໄກ້ຫວຽດ"ໂດຍສະເພາະນັກເລງແຕ່ພວກນີ້ແຖວອັດຕະປືເຂົາຮ້ອງພວກມັນວ່າມາເຟຍ😭😭😭
ຜົນກວດເປັນຈັ່ງໃດແລ້ວຊິບອກອີກຕື່ມ ຮູ້ແຕ່ວ່າຜົວຍິ໋ບແລ້ວ''
ຂໍ້ມູນຫຼ້າສຸດໃນຕອນເຊົ້າ ວັນທີ 17 ພຶດສະພາ 2019 ແມ່ນສາມາດຈັບ ຜູ່ກໍ່ເຫດໄດ້ແລ້ວ 1 ຄົນ, ສ່ວນອີກ 2 ຄົນແມ່ນຍັງຫຼົບໜີ.
ທີ່ມາ
--------------------------------
Subscribe to:
Post Comments
(
Atom
)






ບຸກຄົນພວກນີ້ ມີອຳນາດເໜືອກົດໝາຍທີ່ອັດຕະປື ແຕ່ຄືຊິບໍ່ເໜືອກົດໝາຍຫວຽດນາມດອກ ຖ້າເບິ່ງໂລດ ເຮັດໃຫ່ເສຍພາບພົດປະເທດຫວຽດນາມປານນີ້
ReplyDelete