Home ເມືອງປາກຊ່ອງ ປະຊາຊົນຊາວບ້ານສົມສະຫນຸກ ເຂດ 4 ເມືອງປາກຊ່ອງ ໂຮມເງິນໄດ້ 74 ລ້ານກີບ ເພື່ອປົວແປງທາງເຂົ້າບ້ານ ທີ່ມີຄວາມຍາວ 7 ກິໂລແມັດ
ປະຊາຊົນຊາວບ້ານສົມສະຫນຸກ ເຂດ 4 ເມືອງປາກຊ່ອງ ໂຮມເງິນໄດ້ 74 ລ້ານກີບ ເພື່ອປົວແປງທາງເຂົ້າບ້ານ ທີ່ມີຄວາມຍາວ 7 ກິໂລແມັດ
May 23, 2019 0
ຈໍາປາສັກ: ການພັດທະນາທ້ອງຖິ່ນ ໂດຍສະເພາະ ການສ້າງທາງ ເຂົ້າຫາຊຸມຊົນ ຖືເປັນສິ່ງສຳຄັນ, ລາຍງານຈາກປະຊາຊົນຊາວບ້ານສົມສະຫນຸກ ເຂດ 4 ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ສາມາຄີກັນ ລະດົມກັນເກັບເງີນປະຊາຊົນພາຍໃນບ້ານຕົນເອງ ເພື່ອແປງທາງເຂົ້າບ້ານໃນມູນຄ່າປະມານ 75.000.000 ກີບ ເພື່ອປັບທາງ ທີ່ຍາກລໍາບາກ ໄລຍະທາງຍາວ 7 ກິໂລແມັດ.
ເຊິ່ງການຂະຫຍາຍ ແລະ ສ້ອມຍົກລະດັບທາງຄັ້ງນີ້ ມີຄວາມຈໍາເປັນຫຼາຍ ເພາະທາງເສັ້ນນີ້ ແມ່ນແຄບ ແລະ ມີຂຸມຫຼາຍ ລົດໃຫຍ່ກໍ່ຂີ່ຫຼີກກັນບໍ່ໄດ້. ງົບປະມານແມ່ນເງິນຂອງປະຊາຊົນ 100%, ສາມາດຂະຫຍາຍທາງ ໃຫ້ມີຄວາມສາມາດໃຫ້ລົດໃຫຍ່ຂີ່ລົດສວານກັນໄດ້.
ປະຊາຊົນແມ່ນມີຄວາມດີໃຈ ແລະ ເຊື່ອວ່າ ການຍົກລະດັບທາງໃຫ້ດີຂຶ້ນ ກໍ່ຈະຊ່ວຍໃນການພັດທະນາເສດຖະກິດ ສັງຄົມຂອງບ້ານ. ເຖິງຢ່າງໃດກໍ່ດີ, ການສ້າງທາງແມ່ນຍັງເປັນທາງດິນແດງ, ເຊິ່ງໃນອະນາຄົດ ກໍ່ຢາກຈະພັດທະນາໃຫ້ເປັນທາງປູຢາງ ເພື່ອຈະສາມາດທຽວທາງໄດ້ຢ່າງສະດວ.
ລາຍງານໂດຍ: ປະຊາຊົນ ບ້ານສົມສະໜຸມ ເມືອງປາກຊ່ອງ

--------------------------------
Subscribe to:
Post Comments
(
Atom
)





Post a Comment