Home ອຸບັດຕິເຫດ ລົດກະບະຕໍາກັບລົດຈັກຮຸນແຮງ ຜູ່ຂັບລົດຈັກເສຍຊີວິດຄາທີ່ ທາງ 450 ປີ 29/5/19
ລົດກະບະຕໍາກັບລົດຈັກຮຸນແຮງ ຜູ່ຂັບລົດຈັກເສຍຊີວິດຄາທີ່ ທາງ 450 ປີ 29/5/19
May 30, 2019 0
ນະຄອນຫຼວງວຽງຈັນ: ເຫດສະຫຼົດໃຈໃນຍາມຄໍ່າຄືນ ຍັງຄົງເປັນເລື່ອງໜ້າເສົ້າ ກັບອຸບັດຕິເຫດ ທີ່ເກີດຂຶ້ນທຸກມື້. ຈາກການລາຍງານຂອງ ກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ 1623 ໃຫ້ຮູ້ວ່າ ໃນ ເວລາປະມານ 21: 50 ນາທີ ວັນທີ 29 ພຶດສະພາ 2019, ທາງໜ່ວຍກູ້ໄພ 1623 ໄດ້ຮັບແຈ້ງ ວ່າມີເຫດ ລົດຈັກຕໍາກັບລົດໃຫຍ່ ທີ່ເຂດ ທາງ 450 ປີ ຕັດໄປທາງ ຫຼັກ 16 ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ອຸບັດຕິເຫດ ແມ່ນຮຸນແຮງ ແລະ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ເປັນ ເພດຊາຍ ອາຍຸ 36 ປີ ຄົນບ້ານ ສະພັງເມິກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຜູ່ເສຍຊີວິດ ແມ່ນໄດ້ຮັບການກະທົບຮຸນແຮງ, ກະດູກຂ້າງຊາຍຫັກ, ຂາຊ້າຍມີບາດເປີດໃຫຍ່ ເສຍຊີວິດຄາທີ່. ທາງໜ່ວຍກູ້ໄພຈິ່ງໄດ້ນໍາສົບຜູ່ກ່ຽວໄປໃຫ້ພີ່ນ້ອງ ຊາປະນະກິດ ຕາມຮີດຄອງປະເພນີ.
ສ່ວນການສືບສວນ ສາເຫດ ຂອງອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການໄປຕາມຂັ້ນຕອນຂອງກົດໝາຍ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້. ພ້ອມເຕືອນໄພນັກຂັບຂີ່ທຸກຄົນ ຕ້ອງໄດ້ເພີ່ມທະວີ ຄວາມມີສະຕິ, ຄວາມຮັບຜິດຊອບ, ຄວາມລະມັດລະວັງ ໃນການໃຊ້ລົດໃຊ້ຖະໜົນ.
ດ້ວຍຄວາມປາຖະໜາດີຈາກ 1623 ແລະ All in LAOS
--------------------------------
Subscribe to:
Post Comments
(
Atom
)









Post a Comment