ຊາຍຫວຽດນາມ ຖືກໄຟຟ້າ ຊັອດ ເສຍຊີວິດ ທີ່ຫຼວງພະບາງ 4/5/19



ຫຼວງພະບາງ: ລາຍງານຈາກ ໜ່ວຍກູ້ຊີບອົງການກາແດງຫຼວງພະບາງໃຫ້ຮູ້ວ່າ ໃນວັນທີ 4 ພຶດສະພາ 2019 ເວລາ 15:00ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າໃຫ້ນຳສົ່ງຜູ້ເສຍຊີວິດ ຈາກໂຮງໝໍແຂວງຫຼວງພະບາງ.
ຜູ່ເສຍຊີວິດ ຊື່ ທ້າວ ຈວນວັນແທ່ງ ອາຍຸ 32 ປີ ເປັນຊາວຫວຽດນາມ ເສຍຊີວິດຈາກໄຟຟ້າຊັອດ.



ຕາມການບອກເລົ່າຂອງຜູ້ທີ່ນໍາສົ່ງຄົນເຈັບ ບອກວ່າ: ຜູ້ກ່ຽວຖືກໄຟຟ້າຊັອດຢ່າງຮຸນແຮງ ແລະ ໄດ້ນຳສົ່ງມາທີ່ໂຮງຫມໍແຂວງຫລວງພະບາງເຊິ່ງຄາດວ່າຜູ້ກ່ຽວເສຍຊີວິດມາກ່ອນແລ້ວ. ຫຼັງຈາກນັ້ນທາງທ່ານຫມໍຈຶ່ງໄດ້ປະສານງານຫາທາງໜ່ວຍກູ້ໄພເພື່ອໄປຮັບ.

ທາງກູ້ໄພຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໄປທີ່ໂຮງເຢັນໂຮງໝໍລາວ-ຈີນສາກົນ ແຂວງຫລວງພະບາງ



ຕອນນີ້ຍັງບໍ່ຮູ້ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ຝາກແຊຣແລະບອກຕໍ່ໆກັນ ເພື່ອຕາມຫາຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຊ່ວຍກັນ.

ລາຍງານໂດຍ: ໜ່ວຍກູ້ຊີບອົງການກາແດງຫຼວງພະບາງ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes