Home ເມືອງຫີນບູນ ເຕືອນໄພການສັນຈອນ! ຂົວຂ້າມນໍ້າຫີນບູນ ເພເສຍຫາຍໜັກ! 6/5/19 ຊ່ວຍປະຊາຊົນແດ່
ເຕືອນໄພການສັນຈອນ! ຂົວຂ້າມນໍ້າຫີນບູນ ເພເສຍຫາຍໜັກ! 6/5/19 ຊ່ວຍປະຊາຊົນແດ່
May 06, 2019 0
ຄໍາມ່ວນ: ລາຍງານຈາກປະຊາຊົນ ໃຫ້ຮູ້ໃນວັນທີ 6 ພຶດສະພາ 2019 ນີ້ວ່າ ສະພາບຂົວ ຂ້າມນໍ້າຫີນບູນ ຢູ່ຈຸດ ບ້ານປາກນໍ້າຫີນບູນ ແຂວງຄໍາມ່ວນ ແມ່ນເປເພເສຍຫາຍໜັກ. ໄລຍະຜ່ານມາ ມີລົດນັກຮຽນ ແລະ ຜູ່ສັນຈອນໄປມາ ໂດຍສະເພາະ ລົດຈັກ ແມ່ນລົ້ມຫຼາຍຄັນແລ້ວ.
ສ່ວນລົດໃຫຍ່ ກໍ່ມີຄວາມສ່ຽງທີ່ຈະຄາຂົວ ເພາະໄມ້ຂົວແມ່ນເພເສຍຫາຍໜັກ.
ຈິ່ງແຈ້ງເຕືອນມາຍັງທຸກທ່ານທີ່ຈະໃຊ້ເສັ້ນທາງຜ່ານຂົວນີ້ ໃຫ້ລະມັດລະວັງແດ່ເດີ.
ຮຽກຮ້ອງໃຫ້ທາງ ຍທຂ ແຂວງຄໍາມ່ວນໄດ້ ລົງກວດສອບ ແລະ ຊ່ວຍແກ້ໄຂ ເພື່ອຄວາມປອດໄພຂອງປະຊາຊົນແດ່ ເພາະຂົວນີ້ມີການສັນຈອນ ຫຼາຍສົມຄວນ.
ຄລິບຖ່າຍວັນທີ 6 ພຶດສະພາ 2019
ສະພາບຂົວ
--------------------------------
Subscribe to:
Post Comments
(
Atom
)















Post a Comment