Home ອຸບັດຕິເຫດ ສົງສານ ພໍ່ຕູ້ ອາຍຸ 83 ປີ, ນັ່ງສານຂ້ອງປາຢູ່ໜ້າເຮືອນ ຖືກລົດຕູ້ນັກທ່ອງທ່ຽວຈີນເຈີດມາຕໍາ ເສຍຊີວິດຄາທີ່ ຢູ່ບ້ານນໍ້າງາ ເມືອງນໍ້າບາກ
ສົງສານ ພໍ່ຕູ້ ອາຍຸ 83 ປີ, ນັ່ງສານຂ້ອງປາຢູ່ໜ້າເຮືອນ ຖືກລົດຕູ້ນັກທ່ອງທ່ຽວຈີນເຈີດມາຕໍາ ເສຍຊີວິດຄາທີ່ ຢູ່ບ້ານນໍ້າງາ ເມືອງນໍ້າບາກ
May 23, 2019 0
ຫຼວງພະບາງ: ເປັນອຸບັດຕິເຫດ ທີ່ບໍ່ຄາດຝັນ ນັ່ງສານຂ້ອງປາຢູ່ໜ້າບ້ານ ກໍ່ຖືກລົດມາຕໍາເສຍຊີວິດ. ຈາກການລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໄດ້ ເກີດອຸບັດຕິເຫດ ຕອນເຊົ້າ ເວລາ ປະມານ10:00 ວັນທີ 23 ພຶດສະພາ 2019 ທີ່ບ້ານນໍ້າງາ ເມືອງນໍ້າບາກ, ແຂວງຫຼວງພະບາງ. ລົດນັກທ່ອງທ່ຽວຈີນທີ່ຂັບລົດມາດ້ວຍຄວາມໄວ ແລ້ວເກີດເຫດເສຍຫຼັກຕຳເຂົ້າເຮືອນຂອງປະຊາຊົນ ເຮັດໃຫ້ພໍ່ຕູ້ ອາຍຸ 83 ປີ ທີ່ນັ່ງເຮັດວຽກຢູ່ໜ້າເຮືອນ ເສຍຊີວິດຄາທີ່.
ເປັນອຸທາຫອນແກ່ທຸກຄົນເວລາຂີ່ລົດ ຜ່ານເຂດຊຸມຊົນ ຕ້ອງລະມັດລະວັງ, ຂໍໃຫ້ທງເຈົ້າໜ້າທີກວດສອບ ແລະ ໃຫ້ຄວາມເປັນທໍາກັບຄອບຄົວຜູ່ເສຍຊີວິດ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.
ລາຍງານໂດຍ: ປະຊາຊົນ ບ້ານນໍ້າງາ
--------------------------------
Subscribe to:
Post Comments
(
Atom
)






Post a Comment