Home ປກສ ປກສ ແຂວງບໍລິຄໍາໄຊ ມອບລົດຕູ້ ຂອງກາງຄະດີຄືນເຈົ້າຂອງເດີມ
ປກສ ແຂວງບໍລິຄໍາໄຊ ມອບລົດຕູ້ ຂອງກາງຄະດີຄືນເຈົ້າຂອງເດີມ
May 30, 2019 0
ບໍລິຄໍາໄຊ: ຕອນເຊົ້າ ວັນທີ 29 ພືດສະພາ 2019 ນີ້ ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໄດ້ມອບຂອງກາງຄະດີ ປະເພດ ລົດຮຸ່ນໃດ ສະຕາແລັກ ສີປອນເງີນ ໝາຍເລກທະບຽນ ກທ 0726 ກໍາແພງນະຄອນ ທີ່ຄົນຮ້າຍລັກໄປມາມອບຄືນເຈົ້າຂອງເດີມ ກ່າວມອບໂດຍທ່ານ ຮ້ອຍໂທ ຄໍາສິງ ເລືອງວິໄລ ຮັກສາການກອງສືບສວນ-ສອບສວນຄະດີອາຍາ ພະແນກສືບສວນ-ສອບສວນ ແລະ ກ່າວຮັບໂດຍ ທ່ານ ຄໍາໄພ ອາຍຸ 47 ປີ, ອາຊີບ ປະຊາຊົນ ບ້ານ ໂພນໂຮງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຈົ້າຂອງຊັບເດີມ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ເສຍຫາຍເຂົ້າຮ່ວມ ເປັນສັກຂີ່ພະຍານ.
ເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ໃຫ້ວ່າຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າໃນຄັ້ງ ວັນທີ 10 ເມສາ 2019 ໄດ້ຖືກຄົນຮ້າຍລັກລົດຂອງຕົນ ປະເພດລົດຕູ້ສະຕາແລັກ ສີປອນເງີນ ໝາຍເລກທະບຽນ ກທ 0726 ກໍາແພງນະຄອນ ທີ່ຕົນເອງຈອດໄວ້ແຄມທາງ ເຂດບ້ານ ໂພນໂຮງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ຫຼັງຈາກນັ້ນ ເຈົ້າໜ້າວິຊາສະເພາະກ່ຽວຂ້ອງກໍ່ໄດ້ຈັດຕັ້ງພະນັກງານລົງກວດສອບແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້ ແລະ ສາມາດຮູ້ໄດ້ວ່າລົດຄັນດັ່ງກ່າວແມ່ນຖືກ ທ້າວ ສີສົມພອນ ອາຊີບ ປະຊາຊົນ ບ້ານທ່າແວ້ງ ແລະ ທ້າວ ຫອມ ບ້ານທົ່ງຈະເລີນ ເມືອງເກີດ ຮ່ວມກັນລັກເອົາໄປ ແລະ ນໍາໃຊ້ລົດຕູ້ຄັນດັ່ງກ່າວເລາະປຸ້ນຊັບ ແລະ ລັກຊັບພົນລະເມືອງຢູ່ພາຍໃນເມືອງປາກກະດິງ,
ຕົກມາຮອດວັນທີ 30 ເມສາ 2019 ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈື່ງໄດ້ເຂົ້າກັກຕົວທ້າວ ສີສົມພອນ ແລ້ວສົ່ງໃຫ້ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ດໍາເນີນຄະດີຕາມລະບຽບກົດໝາຍ. ແລ້ວນໍາເອົາຂອງກາງຄະດີ ລົດຄັນດັ່ງກ່າວ ມາມອບໃຫ້ເຈົ້າຂອງເດີມ. ເຈົ້າໜ້າທີ່ຍັງໃຫ້ຕື່ມຮູ້ອີກວ່າ ການກະທໍາຂອງທ້າວ ສີສົມພອນ ແມ່ນມີເຈດຕະນາເຄື່ອນໄຫວລັກຊັບຂອງພົນລະເມືອງ ເຊີ່ງຜິດຕໍ່ມາດຕາ 231 ຂອງປະມວນກົດໝາຍອາຍາແຫ່ງ ສປປລາວ. ສ່ວນທ້າວ ຫອມ ແມ່ນໄດ້ເອົາຕົບຫຼົບໜີ ປະຈຸບັນເຈົ້າໜ້າທີ່ກໍາລັງຕິດຕາມນໍາຈັບຕົວຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ໂອກາດດຽວກັນ ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນບັນດາເຜົ່າ ກໍ່ຄືຜູ້ທີ່ໄດ້ຮັບຜົນເສຍຫາຍ ຈົ່ງຍົກສູງສະຕິລະວັງຕົວ, ມີຄວາມລະມັດລະວັງ, ໃນການປົກປັກຮັກສາຊັບສີນທີ່ມີຄ່າຂອງຕົນເອງ ເພື່ອບໍ່ໃຫ້ຕົກເປັນສີ່ງລໍ້ຕາລໍ້ໃຈ ໃຫ້ກຸ່ມຄົນບໍ່ດີລັກເອົາໄປໄດ້ງ່າຍ ຮຽກຮ້ອງໃຫ້ທຸກຊັ້ນຄົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນການປະພືດ, ການກະທໍາໃດທີ່ເຫັນວ່າຜິດຕໍ່ລະບຽບກົດໝາຍ ແມ່ນໃຫ້ຮິບຮ້ອນລາຍງານຕໍ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນກັບສະພາບການ.
ເຄດິດ: ນັກຂ່າວບ້ານນອກ
--------------------------------
Subscribe to:
Post Comments
(
Atom
)
Post a Comment