Home ສິ່ງມືນເມົາ ປະທານ ບໍລິສັດເບຍລາວ ຢືນຢັນ ພ້ອມປະຕິບັດຕາມແຈ້ງການ ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ເພື່ອສັງຄົມລາວ!
ປະທານ ບໍລິສັດເບຍລາວ ຢືນຢັນ ພ້ອມປະຕິບັດຕາມແຈ້ງການ ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ເພື່ອສັງຄົມລາວ!
May 08, 2019 0
ບໍລິສັດ ເບຍລາວ ເຫັນດີປະຕິບັດຕາມແຈ້ງການ
ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ
ຂປລ. ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດ ຕິດຕັ້ງປ້າຍໂຄສະນາຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ເປັນການຊັກຊວນໃຫ້ມີການດື່ມ ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫລີກລ້ຽງການໂຄສະນາ ຫລື ຊັກຊວນໃຫ້ມີການດື່ມຫລາຍເກີນໄປ.
ພ້ອມດຽວກັນນັ້ນ ກໍເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ (ສາວເຊຍເບຍ), ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ເປັນການສ້າງວຽກເຮັດງານທໍາ (ຫລາຍຄົນຮຽນຈົບຍ້ອນ, ບາງຄົນກໍສາມາດເປັນເສົາຂອງຄອບຄົວ) ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວບ້ານເຮົາຫລາຍຂຶ້ນ ກໍຈະປັບປຸງຮູບແບບ ໂດຍບໍ່ໃຫ້ໂລດຜົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ແລະ ປະຕິບັດຕາມ.
ປັດຈຸບັນ ມີສາວເຊຍເບຍທົ່ວປະເທດ 1.000 ກວ່າຄົນ.
ພາຍຫລັງກອງປະຊຸມປຶກສາຫາລືໃນມື້ນີ້ ຈະໄດ້ນຳເອົາເນື້ອໃນຈິດໃຈ ແລະ ປະເດັນຕ່າງໆ ນຳສະເໜີຂັ້ນເທິງເພື່ອພິຈາລະນາ ແລະ ອອກນິຕິກຳ, ມາດຕະການຕ່າງໆ ໃນຂັ້ນຕໍ່ໄປ ເພື່ອຈັດຕັ້ງປະຕິບັດ.
ແຈ້ງການ
ຂ່າວ: ຊາຍຄົນເດີມ ຂປລ
--------------------------------
Subscribe to:
Post Comments
(
Atom
)



Post a Comment