ໂຮງຮຽນປະຖົມສົມບູນ ບ້ານນໍ້າທົນ ຮັບທຶນສົມທົບການກໍ່ສ້າງໂຮງຮຽນ ຈາກກຸ່ມອາສາສະໜັກຊ່ວຍເຫຼືອສັງຄົມ ຂອງບໍລິສັດ ໄຟຟ້າຫົງສາ ຈໍາກັດ



ໄຊຍະບູລີ: ວັນທີ 1 ພຶດສະພາ 2019 ນີ້ ຢູ່ໂຮງຮຽນປະຖົມສົມບູນ ບ້ານນໍ້າທົນ, ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບທຶນສົມທົບການກໍ່ສ້າງໂຮງຮຽນ, ນໍາກຸ່ມອາສາສະໜັກຊ່ວຍເຫຼືອສັງຄົມ ຂອງບໍລິສັດ ໄຟຟ້າຫົງສາ ຈໍາກັດ ທີ່ໄດ້ນໍາເອົາວັດຖຸ ອຸປະກອນ ມາມອບເປັນຕົ້ນແມ່ນເສົາປູນ,ສັງກະສີ,ດິນບ໋ອກ, ແລະ ຊີມັງ ຈໍານວນໜຶ່ງ ລວມມູນຄາ ທີ່ຊ່ວຍເຫຼືອໃນຄັ້ງນີ້ 12,500,000ກີບ. ໂຮງຮຽນຫຼັງດັ່ງກ່າວແມ່ນໄດ້ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ລົມພະຍຸພັດ, ໃນຄັ້ງວັນທີ 23 ເມສາ 2019 ທີ່ຜ່ານມາ, ເຮັດໃຫ້ອາຄານຮຽນເປເພເສຍຫາຍ.




 ເຂົ້າຮ່ວມເປັນກຽດມີທ່ານ ບຸນສົດ ອິນທະບັນຍາ ຮອງເລຂາພັກເມືອງຮອງເຈົ້າເມືອງ,ມີທ່ານ ຄະທາຍຸດ ຊຸພູນ ຜູ້ອຳນວຍການໃຫຍ່, HPC ,ມີຕາງໜ້າກຸ່ມອາສາສະໜັກຊ່ວຍເຫຼືອສັງຄົມຂອງບໍລິສັດໄຟຟ້າຫົງສາຈຳກັດ, ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄູອາຈານ, ອົງການປົກຄອງບ້ານ ແລະ ນ້ອງນັກຮຽນເຂົ້າຮ່ວມ.




ໃຫ້ກຽດຮັບໂດຍແມ່ນທ່ານ ຊູລິສິດ ຄຳພູວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດມອບໂດຍແມ່ນທ່ານ ຄະທາຍຸດ ຊຸພູນ ຜູ້ອຳນວຍການໃຫຍ່ HPC ພາຍຫຼັງສຳເລັດການມອບວັດຖຸອຸປະກອນແລ້ວ,ທາງກຸ່ມອາສາສະໜັກຊ່ວຍເຫຼືອສັງຄົມ ຂອງບໍລິສັດໄຟຟ້າຫົງຈຳກັດ,ກໍ່ໄດ້ເຮັດກິດຈະກຳຮ່ວມກັນ ເປັນຕົ້ນແມ່ນໄດ້ສົມປູນເພື່ອ ເທ ອາຄານ ຂອງໂຮງຮຽນ ແລະ ແຈກເຂົ້ານົມໃຫ້ນ້ອງນັກຮຽນອີກດ້ວຍ.


ໂດຍ: ສຸລິຍາ ແສງເດືອນ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes