ຮສສ ເອົາໃຈໃສ່ ວຽກງານ ສິດທິເດັກ



ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ນີ້, ກໍແມ່ນວັນສຳຄັນໜື່ງ ຂອງເດັກນ້ອຍໃນທົ່ວໂລກ, ເພື່ອແນໃສ່ໃຫ້ເດັກໄດ້ຮັບການປົກປ້ອງ, ໄດ້ຮັບການຊວ່ຍເຫຼືອໃນສັງຄົມ ແລະ ຍ້ອງຍໍສັນລະເສີນເດັກ ທົ່ວປະເທດ , ກໍຄຶໃນທົ່ວໂລກ, ໃຫ້ສົມກັບວ່າເປັນອານາຄົດອັນສົດໃສຂອງຊາດ; ສະນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ກໍໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຕົນໄປຄຽງຄູ່ກັບຂະແໜງການອື່ນໆ ຢ່າງຕັ້ງໜ້າ; ໂດຍສະເພາະ, ດ້ານການປົກປ້ອງ ແລະ ຊວ່ຍເຫຼືອເດັກ ໃນ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຂອງພວກເຮົາ, ການຈັດຕັ້ງປະຕິບັດວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ລັດຖະບານໄດ້ຖືເອົາວຽກດັ່ງກ່າວເປັນແຜນການ, ເປັນທິດທາງໃນການປະຕິບັດໃນຕໍ່ໜ້າ ແລະ ຜ່ານມາການຈັດຕັ້ງປະຕິບັດມາໄລຍະ 5 ປີ ເຫັນວ່າ ເດັກເກນອາຍຸ 2-14 ປີ ໄດ້ເຂົ້າເຖິງການປົກປ້ອງ ຈາກ 77% ມາເປັນ 70%.




ໃນໄລຍະແຕ່ປີ 2016 - 2018 ກົມສັງຄົມສົງເຄາະ, ກະຊວງ ຮສສ ໄດ້ດຳເນີນ 3 ໂຄງການຄື: ໂຄງການສ້າງຄວາມອາດສາມາດ ການປົກປ້ອງການເຄື່ອນຍ້າຍທີ່ຜິດກົດໝາຍ, ການຄ້າມະນຸດ ແລະໃຫ້ການຊ່ວຍເຫຼືອສົ່ງກັບ, ໂຄງການສະກັດກັ້ນການຄ້າມະນຸດ ຢູ່ແຂວງສະຫວັນນະເຂດ, ໂຄງການປົກປ້ອງ, ຊ່ວຍເຫຼືອເດັກ ແລະ ແມ່ຍິງ ທີ່ຕ້ອງການປົກປ້ອງພິເສດ ແລະ ຄອບຄົວທີ່ມີຄວາມສ່ຽງ ໂດຍໄດ້ເນັ້ນໃສ່ການສ້າງຄວາມອາດສາມາດໃຫ້ແກ່ຄະນະຕາໜ່າງປົກປ້ອງເດັກ ຂັ້ນບ້ານ ຈຳນວນ 35 ບ້ານຂອງເມືອງທ່າແຂກ, ໜອງບົກ ແລະບົວລະພາ, ແຂວງຈຳປາສັກ 16 ບ້ານຂອງເມືອງປາກເຊ ແລະເມືອງໂພນທອງ, ພ້ອມນັ້ນ ຍັງໄດ້ຕິດຕາມຊຸກຍູ້ການຈັດກິດຈະກຳຂອງບັນດາໂຄງການທີ່ປິ່ນອ້ອມ, ຊຸກຍູ້ບັນດາແຂວງໃນການສ້າງຕັ້ງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຂັ້ນແຂວງ, ຂັ້ນເມືອງ ແລະ ຊຸກຍູ້ການສ້າງຕັ້ງບ້ານຕາໜ່າງປົກປ້ອງເດັກໄດ້ 623 ບ້ານໃນ 18 ແຂວງທົ່ວປະເທດ.



ຈຶ່ງເຮັດໃຫ້ມາຮອດປະຈຸບັນ ສະພາບລວມຂອງເດັກນ້ອຍ ຢູ່ລາວສາມາດເຂົ້າເຖິງຫຼາຍດ້ານ ພ້ອມທັງໄດ້ຮັບການປົກປ້ອງ ເປັນຕົ້ນແມ່ນ ໃນດ້ານສຸຂະພາບ ແລະ ໄວຈະເລີນພັນ 18% ຂອງແມ່ຍິງອາຍຸ ລະຫວ່າງ 20-24 ປີເກີດລູກອ່ອນ ອາຍຸ 18 ປີ, 48,1% ຂອງເດັກອາຍຸ 12-23 ເດືອນ ໄດ້ຮັບການສັກຢາປ້ອງກັນພະຍາດຢ່າງເຕັມສ່ວນ, ສ່ວນເຫັນວ່າເດັກຕ່ຳກວ່າ 5 ປີ ທີ່ບໍ່ສົມສ່ວນໄດ້ຫຼຸດລົງຈາກ 35,6% ມາເປັນ 33%, ການສົ່ງເສີມການສຶກສາເດັກກ່ອນໄວຮຽນ ໃນອັດຕາສ່ວນ 36-59 ເດືອນ ທີ່ໄດ້ເຂົ້າຮ່ວມການສຶກສາເດັກກ່ອນໄວຮຽນ ເພີ່ມຂຶ້ນຈາກ23% ມາເປັນ 32%, ເມື່ອທຽບໃສ່ເຂດຕົວເມືອງ ແລະ ຊົນນະບົດ ຍັງເຫັນວ່າມີຄວາມຫຼຸດໂຕນກັນຢູ່.



ສ່ວນການປົກປ້ອງເດັກຈາກການທາລຸນ ແລະ ກົດຂີ່ຂູດຮີດ ແມ່ນມີຄວາມຄືບໜ້າສົມຄວນ ໂດຍໄລຍະ 5 ປີ ຜ່ານມາ ອັດຕາສ່ວນຂອງເດັກອາຍຸ 2-14 ປີຜູ້ທີ່ຖືກໃສ່ລະບຽບຢ່າງຮຸນແຮງ ໄດ້ຫຼຸດລົງຈາກ 77% ມາເປັນ 70%, ແຕ່ວ່າ ການລົງໂທດທາງດ້ານຮ່າງກາຍ ແລະ ຈິດໃຈ ທີ່ເກີດຂຶ້ນໃນຄອບຄົວເດັກເອງຍັງປະກົດໃຫ້ເຫັນຢູ່, ຕໍ່ກັບການແຕ່ງງານແຕ່ອາຍຸຍັງນ້ອຍສະຖານະການຍັງບໍ່ໄດ້ປ່ຽນແປງຢ່າງຫຼວງຫຼາຍພຽງແຕ່ຫຼຸດລົງ 4,3% ເທົ່ານັ້ນ, ສ່ວນການຄ້າມະນຸດເມື່ອທຽບໃສ່ໄລຍະຜ່ານມາແມ່ນຫຼຸດລົງ, ແຕ່ກໍຍັງມີປະກົດການຄ້າມະນຸດໃນຮູບແບບແຕ່ງງານແອບແຝງ, ພ້ອມນັ້ນ ຍັງໄດ້ສົ່ງຜູ້ເຄາະຮ້າຍຈາກການຄ້າມະນຸດກັບສູ່ສັງຄົມ 137 ຄົນ, ພ້ອມກັບການຝຶກອົບຮົມວິຊາຊີບໃຫ້ກຸ່ມສ່ຽງ 206 ຄົນ, ນອກນັ້ນ ຍັງຊ່ວຍເດັກທີ່ມີຄວາມສ່ຽງເປັນເດັກຂ້າງຖະໜົນໄດ້ 29 ຄົນ , ປະຈຸບັນ ການຊ່ວຍ ເດັກກຳພ້າ-ກຳພອຍ ຈຳນວນ 982 ຄົນ ໃຫ້ເຂົ້າຢູ່ໃນໂຮງຮຽນເດັກນ້ອຍເອັສໂອເອັສ( SOS ) ທັງ 6 ແຫ່ງຂອບເຂດທົ່ວປະເທດອີກດ້ວຍ.



ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ໂດຍສະເພາະ ການປົກປ້ອງ ແລະຊ່ວຍເຫຼືອເດັກ ແຕ່ນີ້ຮອດ 2020, ກົມສັງຄົມສົງເຄາະ ແມ່ນຈະສືບຕໍ່ໃສ່ວຽກສັງລວມຂໍ້ມູນສະຖິຕິ ເດັກທີ່ຕ້ອງການປົກປ້ອງພິເສດ ແລະເດັກທີ່ຕົກໃນຄວາມສ່ຽງ ໃນຂອບເຂດທົ່ວປະເທດ, ສືບຕໍ່ຊຸກຍູ້ແຕ່ງຕັ້ງຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກຂັ້ນເມືອງ 28 ເມືອງ ໃນຂອບເຂດທົ່ວປະເທດ ແລະ ສ້າງບ້ານຕາໜ່າງປົກປ້ອງເດັກໃຫ້ໄດ້ ຈຳນວນ 177 ບ້ານ ໃນຂອບເຂດທົ່ວປະເທດ, ໂດຍໄປຄຽງຄູ່ກັບການປະຕິບັດວຽກການສ້າງຄວາມສາມາດໃນດ້ານຕ່າງໆ, ແນໃສ່ເຮັດໃຫ້ເດັກໄດ້ເຂົ້າເຖິງການປົກປ້ອງຢ່າງຖືກຕ້ອງ.



ຂ່າວ ຮສສ: ນ. ເພັດສະໄໝ










--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes