Home ລາວ-ໄທ ລາວ-ໄທ ຈັດກອງປະຊຸມສຳມະນາວິຊາການ Laos Hydro Power Development 2019
ລາວ-ໄທ ຈັດກອງປະຊຸມສຳມະນາວິຊາການ Laos Hydro Power Development 2019
May 25, 2019 0
ນະຄອນຫຼວງວຽງຈັນ: ໃນວັນທີ 24 ພຶດສະພາ 2019, ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນປະທານ ກອງປະຊຸມສຳມະນາວິຊາການ Laos Hydro Power Development 2019 ຂອງ ໂຄງການຮ່ວມມືດ້ານເຕັກນິກ-ວິຊາການ ເຂື່ອນໄຟຟ້າພະລັງງານນໍ້າ ມີ ທ່ານ ວິຣະພົນ ວິຣະວົງ ອາດີດຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວິຣະວັດ ຊະລາຍົນ ອາດີດຜູ້ວ່າການ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ຄະນະຜູ້ອຳນວຍການໃຫຍ່ ຟຟລ, ຜູ້ຊ່ວຍຜູ້ວ່າການໂຮງງານພະລັງງານໝູນວຽນ ກຟຜ, ຮອງຄະນະບໍດີ ຝ່າຍວິຊາການ ຄະນະວິສະວະກຳສາດ ມະຫາວິທະຍາໄລຊຽງໃໝ່, ພະນັກງານວິຊາການຂອງ ໄຟຟ້າລາວ, ບໍລິສັດຜະລິດໄຟຟ້າລາວມະຫາຊົນ, ວິຊາການ ພ້ອມຊ່ຽວຊານຝ່າຍ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມ.
ຟຟລ ແລະ ກຟຜ ໄດ້ເລີ່ມລົງນາມຮ່ວມມືກັນຢ່າງເປັນທາງການ ແຕ່ປີ 2002 ຈົນເຖິງປະຈຸບັນ ແລະ ຮ່ວມກິດຈະກຳຕ່າງໆເຊັ່ນ: ການແລກປ່ຽນການຮ່ວມມືດ້ານເຕັກນິກ-ວິຊາການ, ການພັດທະນາບຸກຄະລາກອນ, ການພັດທະນາພະລັງງານໄຟຟ້າແບບຍືນຍົງ, ການອະນຸລັກສິ່ງແວດລ້ອມ ແລະ ການແຂ່ງຂັນກິລາມິດຕະພາບຂອງສອງອົງກອນ. ຈຸດປະສົງໃນການຈັດງານໃນຄັ້ງນີ້ກໍ່ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການຂອງນັກສຶກສາທີຈົບຈາກມະຫາວິທະຍາໄລຊຽງໃໝ່
ໂດຍການນໍາສະເໜີບົດຮຽນທີ່ຜ່ານການວິໄຈເຊັ່ນ: ກຸ່ມ Energy Engineering-Water Management ແລະ ຜົນງານວິໄຈກຸ່ມ Power System, ເຊິ່ງພາຍໃນງານກໍ່ໄດ້ເນັ້ນເຖິງວຽກງານ ການຄຸ້ມຄອງລະບົບສົ່ງ, ລະບົບສະຖານີ ແລະ ເຂື່ອນໄຟຟ້າ. ນອກຈາກນັ້ນ, ຍັງເສີມສ້າງສາຍພົວພັນຮ່ວມມືທີ່ມີແລ້ວໃຫ້ແໜ້ນແຟ້ນຂື້ນຕື່ມ ພ້ອມກັນນັ້ນກໍ່ໄດ້ຍົກໃຫ້ເຫັນຈຸດດີ ຂໍ້ຄົງຄ້າງເພື່ອຮ່ວມກັນແກ້ໄຂ ແລະ ຍົກສູງດ້ານພະລັງງານງານ ໂດຍສະເພາະການຜະລິດພະລັງງານໃຫ້ມີຄວາມໝັ້ນຄົງໃນປະຈຸບັນກໍ່ຄືອານາຄົດ.
Sourced: ລັດວິສາຫະກິດໄຟຟ້າລາວ EDL
--------------------------------
Subscribe to:
Post Comments
(
Atom
)





Post a Comment