Home ບານເຕະຍິງ ຮ້ອນແຮງ! ສາວລາວ U15 ຊະນະ 3 ນັດລວດ! ຊະນະກໍາປູເຈຍ 2-0 ເຂົ້າຮອງຮອງຊະນະເລີດ
ຮ້ອນແຮງ! ສາວລາວ U15 ຊະນະ 3 ນັດລວດ! ຊະນະກໍາປູເຈຍ 2-0 ເຂົ້າຮອງຮອງຊະນະເລີດ
May 15, 2019 0
ແບບນີ້ຕ້ອງໃຫ້ກໍາລັງໃຈ ແລະ ຕິດຕາມ ຜົນງານຂອງທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ. ຈາກການລາຍງານຂອງ ສະຫະພັນບານເຕະລາວໃຫ້ຮູ້ວ່າ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ ໃນວັນທີ 15 ພຶດສະພາ 2019 ນີ້!
ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ ຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ເຊິ່ງ ທີມຊາດລາວ ທີມນຳຕາຕະລາງຄະແນນ ລົງສະຫນາມນັດທີ 3 ພົບກັບ ທີມຊາດກຳປູເຈຍ ລົງສະຫນາມນັດທີ 4
ເຊິ່ງເກມການແຂ່ງຂັນນັດດັ່ງກ່າວ ທີມຊາດລາວ ໄດ້ພັກນັກກິລາຕົວຫລັກຫລາຍຕຳແຫນ່ງ ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ 9 ຈິນດາ ສີຫາລາດ ນາທີ 29 ແລະ ເບີ 10 ແສງເດືອນ ພົງໄພລັດ ນາທີ 49 . ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດລາວ ມີເພີ້ມ 9 ຄະແນນຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫລັງຈາກລົງສະຫນາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ ສ່ວນຜົນຄູ່ອື່ນໃນກຸ່ມດຽວກັນນັ້ນ ທີມຊາດໄທ ຊະນະ ທີມຊາດ ມາເລເຊຍ 11-0.
ລາຍຊື່ນັກກິລາລົງສະຫນາມ
- ຜູ້ຮັກສາປະຕູ
ເບີ 1 ວິລະດາ ອິນທິສານ
- ກອງຫລັງ
ເບີ 2 ກາເຫວົາ ວົງພະຈັນ
ເບີ 3 ກະເຕັນ ວົງສະຫວັນ
ເບີ 17 ແພວັນ ວິໄລສັກ
ເບີ 13 ລັດສະຫມີ ສີສົມພານ
- ກອງກາງ
ເບີ 15 ປຸ້ຍ ໄຊຍະຊວງ
ເບີ 7 ໃຈຄຳ ( ຫົວຫນ້າທີມ )
ເບີ 11 ພອນສະຫວັນ ພົນເສນາ
ເບີ 21 ສຸພາພອນ ໄຊສຸລະ
- ກອງຫນ້າ
ເບີ 10 ແສງເດືອນ ພົງໄພລັດ
ເບີ 9 ຈິນດາ ສີຫາລາດ
ທີມຊາດລາວ ຍັງເຫລືອການແຂ່ງຂັນ ນັດສຸດທ້າຍ ເພື່ອຍາດຊີງອັນດັບ 1 ຂອງກຸ່ມ ບີ ໂດຍຈະແຂ່ງຂັນ ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.
ຄະແນນ
ຕາຕະລາງຄະແນນ AFF U15 GIRLS' CHAMPIONSHIP 2019 ທັງ 2 ກຸ່ມ ເອ ແລະ ກຸ່ມ ບີ
ທີມຊາດລາວ ຍັງເຫລືອການແຂ່ງຂັນ ນັດສຸດທ້າຍ ເພື່ອຍາດຊີງອັນດັບ 1 ຂອງກຸ່ມ ບີ ໂດຍຈະແຂ່ງຂັນ ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.
ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:
- ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.
- ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.
ພາບບັນຍາກາດ
Subscribe to:
Post Comments
(
Atom
)



























Post a Comment