Home ແຮງງານ ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ່ V ຂອງ ກະຊວງ ຮສສ
ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ່ V ຂອງ ກະຊວງ ຮສສ
May 28, 2019 0
ນະຄອນຫຼວງວຽງຈັນ: ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງ ກະຊວງ ຮສສ, ໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ, ເຊິ່ງນອກຈາກເປັນການສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຕ່າງໆແລ້ວ ຍັງເປັນການຜູກແໜ້ນຄວາມສາມັກຄີຂອງສະມາຊິກ, 3 ອົງການຈັດຕັ້ງມະຫາຊົນ ຄື: ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ ຈື່ງໄດ້ຮ່ວມກັນສ້າງຂະບວນການ ແຂງຂັນກິລາ ຊິງຂັນກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ພາຍໃນກິດຈະກຳດັ່ງກ່າວ ປະກອບມີ: ແຂ່ງຂັນກິລາບານເຕະ ຍິງ - ຊາຍ ແລະ ແຂ່ງຂັນດຶງເຊື້ອງຍິງ - ຊາຍ .
ວັນທີ 25 ພຶດສະພາ 2019ນີ້, ທີ່ ສະໜາມກິລາກູດໄລ້ ຫລັກ 7, ນະຄອນຫຼວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ ເລຂາພັກກະຊວງ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນດາທ່ານ ຄະນະປະຈຳພັກ, ຫົວໜ້າຫ້ອງ, ຫົວໜ້າກົມ , ສູນ, ສະຖາບັນ, ບໍລິສັດຈັດຫາງານ ,ສະມາຊິກອົງກາຈັດຕັ້ງມະຫາຊົນ ພາຍໃນ ແລະ ອອ້ມຂ້າງກະຊວງເຂົ້າຮ່ວມຢ່າງຟົດຟື້ນ.
ຂ່າວ ຮສສ: ນ.ເພັດສະໄໝ
--------------------------------
Subscribe to:
Post Comments
(
Atom
)















Post a Comment