Home ນະຄອນຫຼວງວຽງຈັນ ແຈ້ງການ: ເລື່ອງການໃຫ້ບູລິມະສິດພິເສດ ແກ່ການຂົນສົ່ງສາທາລະນະ ໃນນະຄອນຫຼວງວຽງຈັນ
ແຈ້ງການ: ເລື່ອງການໃຫ້ບູລິມະສິດພິເສດ ແກ່ການຂົນສົ່ງສາທາລະນະ ໃນນະຄອນຫຼວງວຽງຈັນ
May 24, 2019 0
ພວກເຮົາມາຈາກພວກສ່ວນຂອງທີມງານໂຄງການ JICA ໂຄງການປັບປຸງປະສິດທິພາບການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ທັງເປັນຕົວແທນຜູ້ຈັດຕັ້ງປະຕິບັດໂຄງການໃຫ້ແກ່ລັດຖະບານ ກໍ່ຄື ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ. ປັດຈຸບັນພວກເຮົາມີແຜນຈະທົດລະບົບການໃຫ້ບູລິມະສິດພິເສດແກ່ລົດເມສາທາລະນະຕາມຈຸດທາງແຍກທີ່ມີໄຟອຳນາກຈາລະຈອນ ເຊິ່ງຈຸດປະສົງຂອງການທົດລອງໃນຄັ້ງນີ້ ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສາທາລະນະຕາມຈຸດທາງແຍກທີ່ມີໄຟອຳນາດດັ່ງກ່າວ ພ້ອມທັງແກ້ໄຂບັນຫາການສັນຈອນທີ່ແອອັດໃນຕົວເມືອງນະຄອນຫຼວງວຽງຈັນ.
ວິທີການທົດລອງຂອງໂຄງການແມ່ນຈະໃຫ້ເຈົ້າໜ້າທີຕຳຫຼວດຈາລະຈອນລົງໄປປະຈຳຕາມຈຸດທາງແຍກທີ່ມີໄຟອຳນາດການຈາລະຈອນທີ່ເປັນຈຸດເປົ້າໝາຍການທົງລອງຂອງພວກເຮົາ ເພື່ອຄວບຄຸມການສັນຈອນ ແລະ ຖ້າຫາກເຫັນລົດເມສາທາລະນະມາຮອດບໍລິເວນໃກ້ຄຽງຈຸດທາງແຍກດັ່ງກ່າວ ທາງເຈົ້າໜ້າທີຈະໃຫ້ບຸລິມະສິດພິເສດໃຫ້ລົເເມສາທາລະນະມີສິດໄປກ່ອນ ເພື່ອຫຼຸດຜອນເວລາລໍຖ້າຂອງລົດເມທີ່ຕິດໄຟແດງຢູ່.
ສຳລັບເສັ້ນທາງເປົ້າໝາຍທີ່ຈະທົດລອງ ແມ່ນຈະເນັ້ນໃສ່ເສັ້ນທາງ ໄກສອນ ພົມວິຫານ ໂດຍຈະເລີ່ມແຕ່ດົງໂດກ ໄປຫາ ຫໍພິພິດຕະພັນປະຫວັດສາດກອງທັບ ລວມມີຈຸດທາງແຍກທີ່ມີໄຟອຳນາດການສັນຈອນທັງໝົດ 4 ຈຸດຫຼັກດັ່ງນີ້.
1. ສີ່ແຍກໄຟແດງດົງໂດກ
2. ສີ່ແຍກໄຟແດງຫໍປະຊຸມແຫ່ງຊາດ
3. ສາມແຍກໄຟແດງໂພນພະເນົາ
4. ສີ່ແຍກໄຟແດງວິທະຍາໄລລາວ-ອາເມລີກາ
ເລີ່ມທົດລອງຈັດຕັ້ງປະຕິບັດຕັ້ງແຕ່ວັນທີ: 27 ພຶດສະພາ ຫາ ວັນທີ 07 ມີຖຸນາ 2019 (ວັນຈັນ - ວັນສຸກ)
ເວລາແມ່ນ: ໃນຊົ່ວໂມງເລັ່ງດ່ວນຕອນເຊົ້າ (7:00 AM – 9:00 AM)
ສາຍທາງລົດເມທີຈະທົດລອງ: #23 ທ່າງງອນ ແລະ #29 ດົງໂດກ.
ດັ່ງນັ້ນ ຈຶ່ງໄດ້ປະກາດແຈ້ງການເພື່ອປະຊາສຳພັນໃຫ້ມ່ວນຊົນໄດ້ຮັບຮູ້ ແລະ ຂໍຄວາມຮ່ວມມື ແລະ ໃຫ້ຄວາມສຳຄັນກັບຈຸດປະສົງຂອງການທົດລອງລະບົບຂອງໂຄງການທີ່ກ່າວມາຂ້າງເທິງນັ້ນດ້ວຍ.
--------------------------------
Subscribe to:
Post Comments
(
Atom
)




Post a Comment