ສະຫຼົດໃຈ! ລົດຕູ້ປະທະລົດຈັກຊັງເລັ້ງ ເສຍຊີວິດຄາທີ 1 ເຈັບສາຫັດ 1 ທາງໄປປາກຊ່ອງ


ຈໍາປາສັກ: ລາຍງານຈາກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ ເກີດເຫດ ສະຫຼົດໃຈ ອຸບັດຕິເຫດ ຮຸນແຮງ ລົດຕູ້ ຕໍາກັບລົດຈັກ ທີ່ ທາງເຂດ ຫຼັກ 10 ໄປທາງ ປາກຊ່ອງ, ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ. ໃນຕອນເຊົ້າ ເວລາປະມານ 6:00 ວັນທີ 26 ມິຖຸນາ 2019.

 ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບສາຫັດ  1ຄົນ ແລະຜູ້ເສຍຊີວິດ 1 ຄົນ




ທີ່ເກີດເຫດ ສະພາບລົດຈັກແມ່ນຕໍາກັບລົດຕູ້ ຮຸນແຮງ. ລົດຈັກແມ່ນດັດແປງເປັນລົດຊາເລັ້ງ. ມີຄົນຂັບ ແລະ ຜູ່ໂດຍສານ 1 ຄົນ. ມີອາການບາດເຈັບດັ່ງນີ້. ຜູ່ບາດເຈັບສາເຫດ ເປັນ ເພດຍິງ ອາຍຸ 49 ປີ ອາຊີບ ເຮັດສວນ
ບ້ານຢູ່ປະຈຸບັນ :ບ້ານ ອຸດົມສຸກ ເມືອງ ບາຈຽງຈະເລີນສຸກ ແຂວງ ຈຳປາສັກ ອາການເບື້ອງຕົ້ນ ແມ່ນ ກະທົບໃບຫນ້າ ກະທົບຫນ້າເອີກ ຂາທັງສອງຂ້າງຜີດຮູບ ບາດເເຜເປີດຢູຂາ (ບາດເຈັບສາຫັດ).




ສ່ວນຜູ່ເສຍຊີວິດ ເພດຊາຍ ອາຍຸ 50 ປີ ອາຊີບ ເຮັດສວນ ບ້ານຢູ່ປະຈຸບັນ ອຸດົມສຸກ ເມືອງ ບາຈຽງຈະເລີນສຸກ ແຂວງ ຈຳປາສັກ, ອາການທີ່ພົບ ແມ່ນກະທົບຫົວ ບາດແຜເປີດຢູຕິນເບື້ອງຂວາ ເເລະ ມືເບື້ອງຂວາ ຂາທັງສອງຂ້າງຜີດຮູບ (ເສຍຊິວິດຄາທີ່)


ດັ່ງນັ້ນໜ່ວຍກູ້ໄພ ຈື່ງໄດ້ນຳສົ່ງຜູ້ບາດເຈັບໄປໂຮງໝໍແຂວງ ຈຳປາສັກ ສວ່ນຮ່າງຜູ້ເສຍຊີວິດແມ່ນນຳສົ່ງກັບບ້ານເພື່ອເຮັດພິທີທາງສາສະໜາ. ສ່ວນສາເຫດຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ຈະດໍາເນີນກວດສອບໄປຕາມຂັ້ນຕອນກົດໝາຍ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.





ພົບເຫັນອຸບັດຕິເຫດ ພາຍໃນແຂວງຈໍາປາສັກ ແລະ ໃກ້ຄຽງໂທ 1623

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes