Home ໄພສັງຄົມ ເກືອບເກີດການຍິງກັນ ຍ້ອນບີບແກໃຫ້ເຄື່ອນລົດ ໃນວັນເດັກນ້ອຍສາກົນ ທາງໄປໄອເຕັກ 1/6/19 (ມີຄລິບ)
ເກືອບເກີດການຍິງກັນ ຍ້ອນບີບແກໃຫ້ເຄື່ອນລົດ ໃນວັນເດັກນ້ອຍສາກົນ ທາງໄປໄອເຕັກ 1/6/19 (ມີຄລິບ)
June 02, 2019 0
ສະບາຍດີ,
ຂ້າພະເຈົ້າຢາກເລົ່າເລື່ອງທີ່ ໜ້າເປັນຫ່ວງກັບສັງຄົມລາວ ທີ່ເຫັນວ່າ ຫຼາຍຄົນມີການພົກພາປືນ ແລະ ອາດຈະໃຊ້ໃນທາງທີ່ຜິດ. ດັ່ງເຫດການທີ່ເກີດຂຶ້ນໃນວັນທີ 1 ມິຖຸນາ 2019 ທີ່ເສັ້ນທາງໄປໄອເຕັກ ຍ້ອນມີລົດຕິດຫຼາຍ.
ຂ້ອຍເຫັນເຫດການ ເລື່ອງມີຢູ່ວ່າ ລົດຕິດແຮງແຖວໄອເຕັກ (ວັນເດັນນ້ອຍ ທີ່1.06.2019) ແລ້ວບຸກຄົນໃນວິດີໂອໄດ້ຈົກປືນມາຂູ່ຈະຍີງ ລົດກະບະຜູ້ຊາຍທີ່ຢູ່ໃນວິດີໂອ(ດີທີ່ຊາຍອີກຄົນບໍ່ຮ້ອນໃສ່) ລາວໄດ້ຍ່າງຈັບປືນໄປຕົບແວ່ນລົດຄັນບີບແກ ແລະ ເວົ້າຈາບໍ່ສຸພາບ ຍ້ອນພຽງແຕ່ລົດອີກຄັນບີບແກ່ໃສ່ເທຶ່ອດ່ຽວ ຍ້ອນຢາກໃຫ້ລົດຜູ້ກ່ຽວຂັບເຄື່ອນອອກໄປໄວ້
ຂ້ອຍເຫັນແລ້ວກະຫົດຫູ່ຈິດໃຈ ສັງຄົມລາວເປັນສັງຄົມມີນຳ້ໃຈ ແຕ່ບຸກຄົນທີ່ເອົາປືນມາຂູ່ນັ້ນເຮັດເກີນເຫດ ພຽງແຕ່ລາວບີບແກລົດເທື່ອດ່ຽວ ເທົ່າທີ່ສັງເກດເຫັນມີເດັກນ້ອຍຢູ່ໃນລົດຄັນທີ່ຖືກຂົ່ມຂູ່ນຳ ອີຕົນເດັກນ້ອຍທີ່ເຫັນພາບແບບນີ້ໃນວັນເດັກນ້ອຍ.
ຮຽນ: ທ່ານພິຈາລະນາວ່າເຫດການນີ້ສົມຄວນທີ່ຈະເປັນບົດຮຽນໃຫ້ສັງຄົມລາວຫຼືບໍ່ ແລະ ຮຽນ: ທ່ານຈົ່ງກວດຊອບວ່າບຸກຄົນໃນວິດີໂອແມ່ນມີສິດໃນການນຳໃຊ້ອາວຸປືນຫຼືບໍ ເພາະມີຄວາມສຽງຫຼາຍທີ່ລາວຈະເອົາອາວຸປືນທີ່ມີໄປນຳໃຊ້ໃຫ້ເກີດຄວາມຮຸນແຮງໃນສັງຄົມ ຍ້ອນຜູ້ກ່ຽວບໍ່ສາມາດຄວບຄຸ່ມອາລົມຂອງຜູ້ກ່ຽວໄດ້.
ຈາກພົນລະເມືອງຜູ້ຫນຶ່ງທີ່ເປັນຫ່ວງສັງຄົມລາວແລະປະເທດຊາດ. ຂອບໃຈທ່ານທີ່ຊ່ວຍກັນໃນການພັດທະນາສັງຄົມລາວຮ່ວມກັນ🙏
--------------------------------
Subscribe to:
Post Comments
(
Atom
)


Post a Comment