Home ລັດຖະບານ ສະມາຊິກສະພາ ປະກອບຄໍາຄິດຄໍາເຫັນ ໃສ່ບົດລາຍງານຂອງລັດຖະບານ ທີ່ກອງປະຊູມວັນທີ 2 ຂອງສະພາແຫ່ງຊາດ 6/6/19
ສະມາຊິກສະພາ ປະກອບຄໍາຄິດຄໍາເຫັນ ໃສ່ບົດລາຍງານຂອງລັດຖະບານ ທີ່ກອງປະຊູມວັນທີ 2 ຂອງສະພາແຫ່ງຊາດ 6/6/19
June 06, 2019 0
ສະມາຊິກສະພາແຫ່ງຊາດປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຂອງລັດຖະບານໃນມື້ທີສອງຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII
ໃນມື້ທີສອງຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8, ວັນທີ 6 ມິຖຸນາ 2019, ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍຕູ້, ປະທານສະພາແຫ່ງຊາດ, ສາມະຊິກສະພາແຫ່ງຊາດໄດ້ສືືບຕໍ່ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ, ໂດຍປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາວ່າ ຄວນປະກອບຄໍາເຫັນໃສ່ວຽກຈຸດສຸມຂອງລັດຖະບານ ເຊັ່ນວຽກທ່ອງທ່ຽວ ເພາະເປັນວຽກຈຸດສຸມຂອງປະເທດເຮົາໃນປະຈຸບັນ; ຂໍໃຫ້ສືບຕໍ່ປະສານງານກັບພາກສ່ວນກ່ຽວຂ້ອງຕ່າງໆ ວ່າຄວນເລັງໃສ່ບັນຫາໃດແດ່; ດ່ານເຂົ້າ-ອອກເມືອງຂອງປະເທດເຮົາມີຫລາຍ, ນັກທ່ອງທ່ຽວກໍ່ເຂົ້າມາຫລາຍ, ຢາກໃຫ້ລັດຖະບ່ານຊ່ວຍດ້ານໃດແດ່, ໂດຍສະເພາະປີນີ້ຊຶ່ງເປັນປີທ່ອງທ່ຽວລາວຈີນ, ນັກທ່ອງທ່ຽວຈີນເຂົ້າມາຫລາຍ ແລ້ວທ້ອງຖິ່ນເຮົາຈະແກ້ຈຸດໃດ, ຄວນເສີມຂະຫຍາຍຈຸດແຂງຂອງທ້ອງຖິ່ນເຮົາຄືແນວໃດ.
ປະທານກອງປະຊຸມ ຍັງເນັ້ນຕື່ມອີກວ່າ ການສ້າງຊັບພະຍາກອນມະນຸດ ກໍ່ຂໍໃຫ້ສຸມໃສ່ວຽກງານກະສິກໍາ, ພະນັກງານກະສິກໍາລົງໄປຊ່ວຍຮາກຖານຍັງມີ ໜ້ອຍ, ຍັງຂາດເຂີນຫລາຍ, ເຮັດແນວໃດເພື່ອຊ່ວຍລັດຖະບານສ້າງວຽກນີ້ໃຫ້ໄດ້ຫລາຍ ກໍ່ຂໍໃຫ້ຊ່ວຍມີຄວາມເຫັນດ້ານນີ້ຫລາຍຂຶ້ນ ເພາະເມື່ອຂາດຄວາມດຸ່ນດ່ຽງດ້ານນີ້ ຈະເຮັດແນວໃດເພື່ອໃຫ້ລັດຖະບານແກ້ໄຂໄດ້ດີຂຶ້ນ; ດ້ານການສຶກສາ ຄູເຫລືອບໍ່ພໍ ຈະເຮັດແນວໃດ ເລັງໃສ່ດ້ານໃດດີ ຈຶ່ງຈະແກ້ໄຂໄດ້, ຂໍສະເໜີໃຫ້ຜູ້ແທນມີຄວາມເຫັນດ້ານນີ້ຕື່ມ.
ຈາກນັ້ນ ທ່ານ ທອງດີ ຈັນທະວົງ, ສາມະຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄໍາເຫັນວ່າ: ບົດລາຍງານຂອງລັດຖະບານຊີ້ໃຫ້ເຫັນວ່າ ລັດຖະບານ ເອົາໃຈໃສ່ປະຕິບັດມະຕິຢ່າງຫລວງຫລາຍ, ເປັນຕົ້ນ ການກວດກາກວດສອບໂຄງການ, ພະນັກງານທີ່ປະພຶດບໍ່ດີ ກໍ່ໄດ້ມີການປະຕິບັດວິໄນຫລາຍຢ່າງຕໍ່ພວກກະທໍາຜິດ; ສໍາລັບວຽກງານກະສິກໍາ ຜົນຜະລິດເຂົ້ານາແຊງ ຜະລິດໄດ້ດີ, ການຜະລິດ ແລະ ການສົ່ງອອກພະລັງງານໄຟຟ້າກໍ່ມີຫລາຍ ແຕ່ການນໍາເຂົ້າຍັງບໍ່ທັນມີຕົວເລກລາຍງານ; ການເກັບກູ້ໜີ້ສິນ ແລະ ສ່ວນທີ່ຍັງຄົງຄ້າງຈະແກ້ໄຂວິທີໃດ ຍັງບໍ່ເຫັນມີມາດຕະການທີ່ເດັດຂາດ, ການເຕີບໂຕຂອງເສດຖະກິດຫລຸດລົງ ຍ້ອນການປະກອບສ່ວນດ້ານໄຟຟ້າຫລຸດລົງ, ນີ້ແມ່ນການອີງໃສ່ດ້ານພະລັງງານ; ປະການທີສອງ, ການຈັດຕັ້ງປະຕິບັດມະຕິຂອງສະພາທີ່ຖືກຮັບຮອງແລ້ວ ແຕ່ເມື່ອປະຕິບັດຕົວຈິງຜັດມີການປ່ຽນແປງຫລາຍ ຮັບຮອງແລ້ວແຕ່ຍັງໄປດັດແປງຕື່ມ,
ທ່ານບຸນທອງ ພົມມະຈັນ, ສາມະຊິກສະພາແຫ່ງຊາດເຂດ 1 ນະຄອນ ຫລວງວຽງຈັນ, ໄດ້ປະກອບຄໍາເຫັນວ່າ: ງົບ ປະມານຮັບໃຊ້ກົງຈັກຂອງລັດປະຈຸບັນຍັງສູງ ຄື 60 ກວ່າສ່ວນຮ້ອຍ ແຕ່ລັດຖະບານກໍ່ມີນະໂຍບາຍຫລຸດຜ່ອນລັດຖະກອນ, ແຕ່ລະປີມີຄົນມາລໍຖ້າເປັນລັດຖະກອນຫລາຍທີ່ສຸດ ແກ້ໄຂກໍ່ຍາກທີ່ສຸດ ເປັນບັນຫາທ້າຍຫລາຍ, ເຮົາຈະຕ້ອງເບິ່ງອາຍຸກະສຽນ ອາຍຸເຂົ້າບໍານານອີກຕື່ມ;
ທ່ານດວງຈິດ ປະຍຸນ, ສາມະຊິກສະພາແຫ່ງຊາດເຂດ 16 ແຂວງເຊກອງ ມີຄໍາເຫັນວ່າ: ນະໂຍບາຍການແກ້ໄຂຄູ ແລະ ການພັດທະນາຄູຊັ້ນປະຖົມຢູ່ເຂດພູດອຍຫ່າງໄກສອກຫລີກ, ຄູບໍ່ພຽງພໍສອນຄວບຫ້ອງມີຫລາຍ ອັດຕາການປະລະໃນຊັ້ນປະຖົມມີຫລາຍ ນະໂຍບາຍຕໍ່ຄູອາຈານຊັ້ນປະຖົມຢາກໃຫ້ມີການປັບປຸງຕື່ມທາງດ້ານວິຊາການ ແລະ ລະບຽບແບບແຜນ ເພື່ອແກ້ໄຂຄູເຫລືອບໍ່ພໍ ໂຄຕ້າຄູ ການຫັນສັນຍາຈ້າງເປັນຄູ ອາສາສະມັກຫລາຍປີ ການກໍານົດໂຄຕ້າພະນັກງານຄູໃໝ່ ຄວນກໍານົດເອົາຈໍານວນນັກຮຽນ ເພື່ອເອົາຄູສອນມາໃສ່ໃຫ້ຖືກຕາມລະບົບ; ແຜນນະໂຍບາຍລົບລ້າງຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະ ເສັ້ນທາງ ໄຟຟ້າ ໂທລະສັບ, ລັດຖະບານຄວນຊ່ວຍຕື່ມໃນເຂດປະສົບໄພພິບັດ.
ທ່ານທອງສະຫລິດ ມັງໜໍ່ເມກ, ສາມະຊິກສະພາແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ ມີຄໍາເຫັນວ່າ: ໃນຫລາຍປີຜ່ານມານີ້, ພັກ-ລັດໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດເປັນພິເສດ ໄດ້ຮັບການພັດທະນາ ຈໍານວນຫລາຍ ແຕ່ການປະຕິບັດນະໂຍບາຍຍັງມີບັນຫາ, ໂດຍສະເພາະຕໍ່ຄູ - ທາງອອກຄວນກວດກາຄືນບັນຫາທັງໝົດຕັ້ງແຕ່ເຮົາມີແຜນຍຸດທະສາດການສຶກສາ, ຂະແໜງບຸລິມະສິດຄວນປະຕິບັດແນວໃດ ບາງຄົນເຂົາອາດຮຽນຂະແໜງທີ່ລັດຕ້ອງການແຕ່ໄປເຮັດວຽກອື່ນ ກໍ່ມີຫລາຍ, ດັ່ງນັ້ນ ຈຶ່ງຄວນສຶກສາຄືນ ໃຫ້ກະຊວງຕ່າງໆຄວນມີໂຮງຮຽນ ມີສູນຝຶກອົບຮົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານທີ່ເປັນບຸລິມະສິດ, ໂດຍສະເພາະຂະແໜງສຶກສາ; ການພັດທະນາຊັບພະຍາກອນມະນຸດຄວນຕິດພັນກັບການພັດທະນາໂຮງຮຽນ-ສະຖາບັນສຶກສາ ເພື່ອສະໜອງບຸກຄະລະກອນໃຫ້ວຽກງານທີ່ມີຄວາມຕ້ອງການໃຫ້ໄດ້ຕາມຄາດໝາຍ.
ທ່ານສີນາວາ ສຸພານຸວົງ, ສາມະຊິກສະພາແຫ່ງຊາດ ເຂດ 6 ແຂວງຫລວງພະບາງ ມີຄໍາເຫັນວ່າ: ຕໍ່ກັບບາງຕົວເລກທີ່ລັດຖະບານລາຍງານ ການທ່ອງທ່ຽວລາວ-ຈີນຕ້ອງກະກຽມ ດ້ານເອກະສານການນໍາທ່ຽວ ທີ່ເປັນພາສາຈີນໃຫ້ນັກທ່ອງທ່ຽວທີ່ມາທ່ອງທ່ຽວບ້ານເຮົາ ສິ່ງໃດຄວນແນະນໍາ ສິ່ງໃດຄວນຫ້າມ, ຄວນເນັ້ນໃສ່ອາຫານພື້ນເມືອງທີ່ສະອາດ, ສິນຄ້າທີ່ບໍ່ມີຢູ່ບ້ານເຂົາ, ຈຸດແຂງບ້ານເຮົາແມ່ນມີຊົນເຜົ່າ, ທໍາມະຊາດທີ່ສວຍງາມຫລາກຫລາຍ ຢາກໃຫ້ຊົນເຜົ່າແຕ່ລະທ້ອງຖິ່ນ ມີການດໍາລົງຊີວິດຄືແນວໃດ;
ອີງຕາມວາລະກອງປະຊຸມສຳລັບຕອນບ່າຍມື້ນີ້, ສາມະຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຂອງລັດຖະບານ; ຈາກນັ້ນ ຜູ້ຕາງໜ້າຂອງບັນດາກະຊວງທີ່ກ່ຽວຂ້ອງ ກໍ່ໄດ້ມາໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ຊັກຖາມຕ່າງໆຂອງບັນດາສາມະຊິກສະພາແຫ່ງຊາດໃນແຕ່ລະບັນຫາ.
ຂ່າວ: ຄຳກອງ ກິດຕິຄຸນ
ພາບ: ຕາລີເຊຍ ລໍມີໄຊ
Lao National Radio
--------------------------------
Subscribe to:
Post Comments
(
Atom
)




Post a Comment