Home ໄຊຍະບູລີ ປີ 2018 ເອກະຊົນເຊົ່າ ແລະ ສຳປະທານທີ່ດີນຂອງລັດຢູ່ ແຂວງໄຊຍະບູລີ ມີ 275 ຕອນໃນການປູກໄມ້ໃຫ້ໝາກ ແລະ ພຶດກະສິກຳເປັນສິນຄ້າ
ປີ 2018 ເອກະຊົນເຊົ່າ ແລະ ສຳປະທານທີ່ດີນຂອງລັດຢູ່ ແຂວງໄຊຍະບູລີ ມີ 275 ຕອນໃນການປູກໄມ້ໃຫ້ໝາກ ແລະ ພຶດກະສິກຳເປັນສິນຄ້າ
June 05, 2019 0
ໄຊຍະບູລີ: ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳແມ່ນເປັນວຽກງານຫຼັກ ແລະ ຂາດບໍ່ໄດ້ທັງເປັນໄມ້ງັດຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດກະສິກຳ ແລະ ປ່າໄມ້, ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງສະແດງອອກການຈັດຕັ້ງປະຕິບັດໃນໄລຍະປີຜ່ານມາໄດ້ສຳເລັດການສຳຫຼວດຂອບເຂດປະເມີນຄຸນນະພາບດີນເມືອງໄຊຍະບູລີ, ພ້ອມທັງສ້າງແຜນທີ່ດີນໃນມາດຕາສ່ວນ 15.000 ຈຳນວນ 10 ຊະນິດ, ເຊິ່ງມີເນື້ອທີ່ດິນນາທັງໝົດ 4,241 ເຮັກຕາ, ມີຈຳນວນ 77 ບ້ານ, ໃນນີ້ເຂດດິນນາໃນຊົນລະປະທານມີ 1.602 ເຮັກຕາກ່ວາ, ນອກເຂດຊົນລະປະທານ 2.638 ເຮັກຕາກວ່າ,
ພ້ອມດຽວກັນນີ້ກໍ່ໄດ້ສຳເລັດການຂຶ້ນສຳມະໂນທີ່ດິນໃນເຂດຊົນລະປະທານໄດ້ 2.016 ຕອນ, ມີຈຳນວນ 1.614 ຄອບຄົວ, ມີເນື້ອທີ່ 1.299,49 ເຮັກຕາ, ໃນ 45 ບ້ານຂອງເມືອງໄຊຍະບູລີ ແລະ ສ້າງໝໍດີນຂັ້ນບ້ານໄດ້ທັງໝົດ 185 ຄົນ, ໃນ 53 ບ້ານ, ສ້າງຊາວນາຕົວແບບ, ປັບປຸງດິນນາຍົກຜະລິດຕະພັນ ຈຳນວນ 4 ກຸ່ມ, ມີ 15 ຄອບຄົວຢູ່ 6 ເມືອງທົ່ວແຂວງໄດ້ມີເນື້ອທີ່ສາທິດທັງໝົດ 6,60 ເຮັກຕາ, ຜະລິດຫົວເຊື້ອຈຸລິນຊີໄດ້ 599 ກິໂລ, ຜະລິດຝຸ່ນຊີວະພາບໄດ້ 192,20 ໂຕນ, ໄດ້ລົງປັກຫຼັກໝາຍຂອບເຂດຄຸ້ມຄອງໂຄງການອານຸລັກຊ້າງລາວຈຳນວນ 72 ຫຼັກ, ເຊິ່ງມີເນື້ອທີ່ທັງໝົດ 379 ເຮັກຕາ, ສຳເລັດການຈັດສັນທີ່ດີນກະສິກຳ ແລະ ການວາງແຜນຄຸ້ມຄອງໄດ້ 47 ບ້ານ, ມີ 4 ເມືອງ ລົງສົມທົບກັບຄະນະຮັບຜິດຊອບ, ລົງກວດກາການເຊົ່າ ແລະ ສຳປະທານທີ່ດີນລັດ 8 ເມືອງ, ໄດ້ 275 ສັນຍາ,
ໃນນີ້ກວດກາເຫັນເອກະສານສັນຍາຕົວຈິງ, ມີ 213 ສັນຍາເຊັັ່ນ: ສັນຍາເຊົ່າ 145 ສັນຍາ, ສັນຍາສຳປະທານ 68 ສັນຍາ, ບໍ່ມີເອກະສານສັນຍາ 62 ສັນຍາ, ພ້ອມກັນນີ້ຍັງໄດ້ຊຸກຍູ້ຕອບສະໜອງເນື້ອທີ່ການນໍາໃຊ້ທີ່ດີນກະສິກຳໃຫ້ບັນດາຫົວໜ່ວຍທຸລະກິດທີ່ມາລົງທຶນປູກໝາກໂມ, ໝາກແຕງເປັນສິນຄ້າຢູ່ສອງເມືອງ: ເມືອງພຽງ ມີເນື້ອທີ່ 354,97 ເຮັກຕາ, ເມືອງໄຊຍະບູລີ 94,92 ເຮັກຕາ ແລະ ເມືອງອື່ນໆອີກ, ໄດ້ລົງສຳຫຼວດທີ່ດີນກະສິກຳເພື່ອປູກໄມ້ໃຫ້ໝາກ, ປູກພຶດກະສິກຳເປັນສິນຄ້າເຊິ່ງມີ 5 ບໍລິສັດມີເນື້ອທີ່ 2.991,10 ເຮັກຕາ, ມີ 227 ຄອບຄົວເຊັ່ນ: #ເມືອງປາກລາຍ, ເມືອງພຽງ ແລະ ເມືອງໄຊຍະບູລີ, ໄດ້ຮັບອານຸມັດແລ້ວ 1 ບໍລິສັດມີເນືອທີ່ 988,35 ເຮັກຕາ.
ຂ່າວ-ພາບ: ບຸນທີ
--------------------------------
Subscribe to:
Post Comments
(
Atom
)



Post a Comment