ອົບຮົມວິຊາຊີບຕັດຫຍິບ ແລະເສິມສວຍ ສໍາລັບແມ່ຍິງທີ່ດ້ອຍໂອກາດ 221 ຄົນ ທີ່ແຂວງເຊກອງ ໂດຍການຊ່ວຍເຫຼືອຂອງ ກະຊວງສະເໝີພາບບົດບາດຍິງ-ຊາຍ ແລະຄອບຄົວ ສ.ເກົາຫຼີ



ເຊກອງ: ໃນວັນທີ 03 ມິຖຸນາ 2019 ນີ້ ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີເປີດຊຸດອົບຮົມວິຊາຊີບຕັດຫຍິບ ແລະເສີມສວຍ ຂັ້ນພື້ນຖານ ສໍາລັບແມ່ຍິງທີ່ດ້ອຍໂອກາດ ງວດທີ 1 ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ມະນີວອນ ສາຍນໍ້າລິນ ຮອງປະທານສະຫາພັນແມ່ຍິງແຂວງເຊກອງ, ມີຫົວໜ້າຂະແໜງ, ຄະນະຮັບຜິດຊອບຊຸດອົບຮົມ, ຄູຝຶກ, ນັກຮຽນ ແລະແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຜູ້ເຂົ້າຮ່ວມ.



ໃນພິທີ ທ່ານ ນ. ບຸນຖະໜອມ ສີສຸມານ ຫົວໜ້າຂະແໜງພັດທະນາແມ່ຍິງ ແລະຝຶກອົບຮົມວິຊາຊີບ ແຂວງເຊກອງ ໄດ້ຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດແຜນຝຶກອົບຮົມວິຊາຊີບ ປີ 2018 ຜ່ານມາ ຊຶ່ງທ່ານໃຫ້ຮູ້ວ່າ: ໃນປີ 2018 ໄດ້ເປີດຝຶກອົບຮົມຕັດຫຍິບໄດ້ 3 ຊຸດ, ໃນນີ້ພາກປົກກະຕິ 2 ຊຸດ, ພາກຄໍ່າ 1 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 48 ຄົນ, ໃນແຜນ 24 ຄົນ, ນອກແຜນ 24 ຄົນ, ເປີດຝຶກອົບຮົມເສີມສວຍໄດ້ 2 ຊຸດ, ມີຜູ້ເຂົ້າຮ່ວມ 28 ຄົນ, ໃນແຜນ 24 ຄົນ, ນອກແຜນ 4 ຄົນ, ຈັດສົ່ງພະນັກງານໄປຝຶກອົບຮົມວິຊາຊີບເສີມສວຍ 2 ຄົນ, ປຸງແຕ່ງ 2 ຄົນ, ເພື່ອສ້າງເປັນຄູຝຶກປະຈໍາສູນ, ຈັດສົ່ງພະນັກງານ ແລະຄູຝຶກເຂົ້າຮ່ວມຝຶກອົບຮົມ TOT, ບົດບາດ ຍິງ-ຊາຍ, ການຊອກວຽກເຮັດງານທໍາ 2 ຄັ້ງ ມີ 8 ຄົນ;



ຊຸດຝຶກອົບຮົມ ໄດ້ຮຽນທິດສະດີ ແລະພາກປະຕິບັດຕົວຈິງ, ຊຶ່ງໄດ້ນໍາພານັກຮຽນເສີມສວຍ ລົງຝຶກງານຢູ່ສູນ ມສ ຈັນທາ ແຂວງອັດຕະປື, ຢູ່ສະຖານທີ່ພັກຊົ່ວຄາວຂອງຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະລົງປະຕິບັດຕົວຈິງຢູ່ບ້ານໂນໜອງຫວ້າ ເມືອງລະມາມ ແຂວງເຊກອງ, ໄດ້ນໍາພານັກຮຽນຕັດຫຍິບລົງເບິ່ງກິດຈະກໍາ ແລະຖອດຖອນບົດຮຽນການຕັດ ແລະການຫຍິບເຄື່ອງຢູ່ຮ້ານຕັດເຄື່ອງ 2 ຄັ້ງ, ມີ4 ຮ້ານ; ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກກະຊວງສະເໝີພາບບົດບາດຍິງ-ຊາຍ ແລະຄອບຄົວ ສ.ເກົາຫຼີ ຜ່ານສູນກາງອົບຮົມແມ່ຍິງລາວ ຈໍານວນ 326 ລ້ານກວ່າກີບ, ໄດ້ຈັດເປັນ 2 ງວດແມ່ຍິງທຸກຍາກເຂົ້າຮ່ຽນ 48 ຄົນ, ຕັດຫຍິບ 24 ຄົນ, ເສີມສວຍ 24 ຄົນ.



ຜ່ານການຕິດຕາມປະເມີນຜົນນັກຮຽນຕັດຫຍິບ ທີ່ຈົບການຮຽນຈໍານວນ 221 ຄົນ, ຊາຍ 3 ຄົນ, ສາມາດປະເມີນໄດ້ຄື: ຈໍານວນ 182 ຄົນ, ຊາຍ 2 ຄົນ, ໄດ້ປະກອບອາຊີບ 148 ຄົນ, ກວມເອົາ 66,97%, ໃນນີ ເປີດຮ້ານເປັນຂອງຕົນເອງ 11 ຄົນ, ເປີດຮ້ານຕັດຫຍິບກັບເຮືອນ 118 ຄົນ, ໄປຮັບຈ້າງຫຍິບນໍາຮ້ານ 19 ຄົນ, ລາຍຮັບສະເລ່ຍສູງສຸດ 3,5 ລ້ານກີບ/ເດືອນ, ຕໍ່າສຸດ 3 ແສນກີບ/ເດືອນ.



ທ່ານ ນ. ບຸນຖະໜອມ ໃຫ້ຮູ້ຕື່ມວ່າ: ໃນຕົ້ນປີ 2019 ໄດ້ສໍາເລັດການຝຶກອົບຮົມພາກຄໍ່າຊຸດທີ 7 ມີເຂົ້າຮຽນ 10 ຄົນ, ໃນນີ້ຮຽນຫຍິບສິ້ນເສື້ອຕາມຫຼັກສູດ ມີ 6 ຄົນ, ຮຽນສະເພາະສິ້ນ ມີ 4 ຄົນ; ມາຮອດປະຈຸບັນ ສູນພັດທະນາແມ່ຍິງບັນດາເຜົ່າແຂວງເຊກອງ ໄດ້ເປີດຝຶກຕັດຫຍິບພາກປົກກະຕິໄດ້ 12 ຊຸດ, ພາກຄໍ່າ 7 ຊຸດ, ມີຜູ້ເຂົ້າຮ່ວມຮຽນ 221 ຄົນ, ຍິງ 218 ຄົນ, ຝຶກເສີມສວຍ 2 ຊຸດ (ພາກປົກກະຕິ), ມີຜູ້ເຂົ້່າຮ່ວມຮຽນ 28 ຄົນ; ສໍາລັບການຝຶກອົບຮົມຕັດຫຍິບ ແລະເສີມສວຍ ແມ່ນນໍາໃຊ້ຫຼັກສູດຂັ້ນ 1 ຕາມຄູ່ມືຂອງສູນອົບຮົມແມ່ຍິງລາວ ປະກອບມີ 3 ວິຊາເສີມຄື: ບົດບາດຍິງ-ຊາຍ, ມະນຸດສໍາພັນ ແລະການຕະຫຼາດ ຊຶ່ງການຝຶກໄດ້ດໍາເນີນການຮຽນການສອນພາກທິດສະດີ ຄຽງຄູ່ກັບການຝຶກຕົວຈິງຢູ່ພາກສະໜາມ.



ໃນຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກກະຊວງສະເໝີພາບບົດບາດຍິງ-ຊາຍ ແລະຄອບຄົວ ສ.ເກົາຫຼີ ຜ່ານສູນກາງອົບຮົມແມ່ຍິງລາວ, ໃນງວດທີ1 ປີ 2019 ນີ້ ໄດ້ຮັບທຶນຈໍານວນ 228 ລ້ານກວ່າກີບ, ມີທຶນຕັດຫຍິບ 15 ທຶນ, ເສີມສວຍ 12 ທຶນ, ຊຶ່ງຊຸດຝຶກອົບຮົມຊຸດນີ້ໄດ້ເລີ່ມແຕ່ວັນທີ 3 ມິຖຸນາເປັນຕົ້ນໄປ ເປັນເວລາ 70 ວັນ ຈິ່ງຈະສໍາເສັດລົງ; ພາຍຫຼັງສໍາເລັດຊຸດອົບຮົມຄັ້ງນີ້ ທາງສູນດັ່ງກ່າວ ຍັງຈະໄດ້ສືບຕໍ່ ເປີດຊຸດອົບຮົມໃນງວດຕໍ່ໄປອີກ ເຊິ່ງຈະໄດ້ເປີດໂອກາດໃຫ້ແມ່ຍິງທີ່ທຸກຍາກຈາກ 04 ຕົວເມືອງ ແລະຈາກ 02 ແຂວງຄື: ສາລະວັນ ແລະອັດຕະປື ເຂົ້າຮ່ວມ



ໃນຕອນທ້າຍພິທີ ທ່ານ ນ. ມະນີວອນ ສາຍນໍ້າລິນ ໄດ້ໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຝຶກອົບຮົມທຸກຄົນ ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທັງພາກທິດສະດີ ພາກປະຕິບັດຕົວຈິງ, ປະຕິບັດລະບຽບການຕ່າງໆໃນຫ້ອງຮຽນຢ່າງເຂັ້ມງວດ, ຄູຝຶກກໍຕ້ອງເປັນເຈົ້າການໃນການຄົ້ນຄວ້າ ກະກຽມແຜນການສອນ ແລະຂຶ້ນຫ້ອງສອນຕາມທີ່ໄດ້ກໍານົດໄວ້, ຄຽງຄູ່ກັນນັ້ນ ຄະນະຮັບຜິດຊອບຊຸດອົບຮົມ ຕ້ອງເປັນເຈົ້າການໃນການຕິດຕາມ, ຊຸກຍູ້ ແລະສະໜອງສິ່ງອໍານວຍຄວາມສະດວກຕ່າງໆໃນການອົບຮົມໃຫ້ທ່ວງທັນ ແລະແທດເໝາະກັບຄວາມຕ້ອງການຕົວຈິງ.
ນອກຈາກນີ້ ປະທານ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດການຝືກອົບຮົມຕັດຫຍິບ ພາກຄໍ່າ ຊຸດທີ7 ຈໍານວນ 6 ຄົນຕື່ມອີກ.

ຂ່າວ: ພຸດທະສອນ



--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes