ຄອບຄົວຜູ່ເຄາະຮ້າຍຈາກດິນເຈື່ອນທີ່ເມືອງໃໝ່ (ມີຄລິບຈາກທີ່ເກີດເຫດ) 2/6/19



ຜົ້ງສາລີ: ຈາກເຫດການ ສະຫຼົດໃຈ ອຸບັດຕິເຫດ ດິນເຈື່ອນທັບເຮືອນ ປະຊາຊົນ ບ້ານນາກາງ ເມືອງໃຫມ່ແຂວງຜົ້ງສາລີ  ໃນເວລາປະມານ3:00 ຂອງວັນທີ 2/6/2019  ເຮັດໃຫ້ ມີຄົນເສຍຊີວິດ ຄາທີ 4 ຄົນ ແລະ ລອດຊີວິດ 1 ຄົນ. ຈາກຂໍ້ມູນເບື້ອງຕົ້ນ ຜູ່ເສຍຊີວິດ ແມ່ນມີ ພໍ່ແມ່ ແລະ ລູກຊາຍອີກ 2 ຄົນ. ສ່ວນຜູ່ລອດຊີວິດ ກໍ່ແມ່ນລູກຊາຍ.

ກ່ອນເກີດເຫດ ແມ່ນມີຝົນຕົກມາຫຼາຍມື້, ເຮືອນດັ່ງກ່າວ ແມ່ນຕັ້ງຢູ່ຕີນພູ, ເຮັດໃຫ້ດິນເຈື່ອນລົງມາກາງເດິກ ຂະນະທີ່ ຄົນໃນຄອບຄົວແມ່ນ ກໍາລັງນອນ.


ຄລິບຈາກທີ່ເກີດເຫດ




ຄອບຄົວຜູ່ເຄາະຮ້າຍ







ສໍາລັບທ່ານໃດ ຕ້ອງການຊ່ວຍເຫຼືອ ຄອບຄົວຜູ່ເຄາະຮ້າຍ ສາມາດພົວພັນ ກັບພີ່ນ້ອງຂອງເພິ່ນ ທາງເຟສບຸກ
Somthone Soukxay . ສ່ວນການລະດົມທຶນ ທາງທີມງານພວກເຮົາຈະແຈ້ງໃຫ້ຊາບອີກຕື່ມຫຼັງໄດ້ຂໍ້ມູນຈາກທາງນາຍບ້ານ.

ຂ່າວກ່ອນໜ້ານີ້
-------------



ຜົ້ງສາລີ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດ ຝົນຕົກແຮງ ເຮັດໃຫ້ດີນເຈື່ອນຢູ່ບ້ານນາກາງ ເມືອງໃຫມ່ແຂວງຜົ້ງສາລີ  ໃນເວລາປະມານ3:00 ຂອງວັນທີ 2/6/2019 ຄອບຄົວດັ່ງກ່າວມີຈຳນວນ 5 ຄົນ ແຕ່ມີຜູ້ເສຍຊີວິດ 4 ຄົນ ມີລູກຊາຍອາຍຸ 8 ປີເປັນຜູ້ຫລອດຊີວິດພຽງຜູ້ດຽວ.



ເຕືອນໄພທຸກທ່ານຈົ່ງລະມັດລະວັງ ໃນລະດູຝົນ ໂດຍສະເພາະ ຜູ່ທີ່ອາໄສຕາມ ຕີນພູ ທີ່ມີຄວາມສ່ຽງຕໍ່ດິນເຈື່ອນ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.







--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes