ລົດກະບະເສຍຫຼັກ! ຕໍາຊະ ຄົນເຈັບ 2 ຄົນ ແລ້ວລົບໜີ ທີ່ສະຫວັນນະເຂດ! ເຈົ້າໜ້າທີ່ແຈ້ງຮີບມາມອບຕົວ (ມີຄລິບ)



ສະຫວັນນະເຂດ: ໃນວັນທີ 6 ມິຖຸນາ 2019 ເວລາ 17:00 ນາທີ ໜ່ວຍກູ້ໄພສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ຕຳລົດຈັກແລ້ວຫນິ ເຂດ ບ້ານສະພານເໜືອ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.

ໃນຈຸດເກີດເຫດ ມີຜູ້ບາດເຈັບ 2 ຄົນ. ຜູ່ທີ່ 1 ແມ່ນເພດຊາຍ ກະທົບຫົວ ແຜ ແລະ ບໍ່ໄດ້ສະຕິ, ສ່ວນອີກຄົນ ແມ່ນມີແຜທີ່ຂາ. ດັ່ງນັ້ນທາງທີມງນຈື່ງໄດ້ປະຖົມພະຍາຍານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງສະຫວັນນະເຂດ.

ສ່ວນລົດທີ່ຕໍາ ແມ່ນຍັງລົບໜີ ທາງເຈົ້າໜ້າທີ່ຈະຕາມຈັບມາລົງໂທດໄວໆນີ້.











--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes