Home ຢາເສບຕິດ ຈັບ 3 ສ່ຽວ ພ້ອມຂອງກາງຢາບ້າ 100.000 ເມັດ
ຈັບ 3 ສ່ຽວ ພ້ອມຂອງກາງຢາບ້າ 100.000 ເມັດ
June 04, 2019 0
ສະຫວັນນະເຂດ: ໃນເວລາປະມານ 8 ໂມງ ຂອງວັນທີ 23 ພຶດສະພາ 2019 ທາງເຈົ້າໜ້າທີ່ພະແນກ ຕຳຫຼວດສະກັດກັ້ນ ແລະຕ້ານ ຢາເສບຕິດ ປກສ ແຂວງ ສະຫວັນນະເຂດ ໄດ້ສົມທົບກັບ ທະຫານຊາຍເເດນແຂວງ ກວາງຈິ ສສ ຫວຽດນາມໄດ້ ສືບຮູ້ວ່າ: ມີຄົນບໍ່ດີຈຳນວນໜຶ່ງ ກຳລັງເຄື່ອນໄຫວຄ້າຂາຍ ຢາເສບຕິດປະເພດຢາບ້າຢູ່ ຂອບເຂດເມືອງເຊໂປນແຂວງ ສະຫວັນນະເຂດ.
ດັ່ງນັ້ນ, ຈຶ່ງ ຮ່ວມກັນຈັດຕັ້ງກຳລັງວິຊາສະ ເພາະເພື່ອມ້າງລາຍຄະດີດັ່ງ ກ່າວມາຮອດເວລາປະມານ 10 ໂມງ 30 ນາທີຂອງວັນດຽວກັນ ຈຶ່ງ ສາມາດກັກຕົວເປົ້າໝາຍໄດ້ 03 ຄົນຊື່ທ້າວ ໄມຄຳ ສຸກພົມມີ ອາຍຸ 40 ປີ ອາຊີບກຳມະກອນ ບ້ານທ່າແຂກກາງເມືອງທ່າ ແຂກ ແຂວງຄຳມ່ວນ, ທ້າວ ເສກສັນ ສີທອງ ຫລື ຕ໋ອງ ອາຍຸ 40 ປີ, ອາຊີບ ເຮັດນາ ບ້ານມັນປາ ເມືອງໜອງບົກ ແຂວງຄຳມ່ວນ ແລະ ທ້າວ ປອງສະຫວັນຍືນຍົງ ຫຼື ປອງ ອາຍຸ 46 ປີ ອາຊີບກຳມະ ກອນ ບ້ານໂພນ ເມືອງໜອງ ບົກ ແຂວງຄຳມ່ວນ ພ້ອມຂອງ ກາງຢາບ້າ 50 ມັດ, ເທົ່າກັບ 100.000 ເມັດ ແລະໂທ ລະສັບ 03 ໜ່ວຍລົດໃຫຍ່ ນິດສັນນາວາລ້າ ເລກທະບຽນ ກຄ 9886 ສະຫວັນນະເຂດ 01 ຄັນ ຜ່ານການ ສືບສວນ-ສອບສວນພວກກ່ຽວໃຫ້ການ ວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນໄດ້ຊື້ມາຈາກເພື່ອນຮ່ວມ ຂະບວນການຂອບເຂດແຂວງ ບໍລິຄຳໄຊ ໃນລາຄາມັດລະ 20.000 ບາດມາຂາຍ ຕໍ່ໃຫ້ ລູກຄ້າຫວຽດນາມໃນລາຄາ ມັດລະ 60.000ບາດ .
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາ ເສບຕິດ ປກສ ແຂວງໃຫ້ຮູ້ວ່າ: ພວກກ່ຽວໄດ້ໃຫ້ການຮັບສາ ລະພາບວ່າຢາບ້າແມ່ນຂອງ ພວກກ່ຽວແທ້ ປະຈຸບັນຄະດີ ດັ່ງກ່າວຍັງສືບຫາຜູ້ຮ່ວມຂະ ບວນການມາລົງໂທດຕາມ ລະບຽບກົດໝາຍບ້ານເມືອງ ຕໍ່ໄປ.
--------------------------------
Subscribe to:
Post Comments
(
Atom
)



Post a Comment