Home ໄພສັງຄົມ ຜູ່ເອົາປືນລົງໄປຂູ່ ຍອມຮັບຄວາມຜິດ ແລະ ຊີ້ແຈງບັນຫາ ພ້ອມບອກທີ່ມາຂອງປືນ
ຜູ່ເອົາປືນລົງໄປຂູ່ ຍອມຮັບຄວາມຜິດ ແລະ ຊີ້ແຈງບັນຫາ ພ້ອມບອກທີ່ມາຂອງປືນ
June 02, 2019 0
ສະບາຍດີໂທລະໂຄ່ງ ແລະ ທຸກທ່ານ,
ຂ້າພະເຈົ້າເປັນເຈົ້າຂອງລົດເກງ ສີຂາວ ຂໍອະທິບາຍແລະຊີ້ແຈງ ເຫດການທີ່ເກີດຂຶ້ນໃນມື້ວັນທີ 01/06/209 ເວລາປະມານ 14:00 ຫລັງຈາກທີ່ພາຄອບຄົວ ແລະ ລູກ 2 ຄົນໄປເລ່ນໄອເຕັກແລະໄດ້ຂີ່ລົດກັບບ້ານຈາກໄອເຕັກ ຂຶ້ນໄປຫາ 4 ແຍກໄຟແດງທາດຫລວງ
ໃນເວລານັ້ນລົດໄດ້ຕິດກັນເປັນຈຳນວນຫລາຍຕັ້ງແຕ່ໄອເຕັກ ຫາ ທາດຫລວງ ຂີ່ມາໄລຍະຫນຶ່ງໄດ້ມີລົດກະບະສີຂາວ ຂີ່ອອກຈາກຮ່ອມ ແລະ ບີບແກ ໄລ່ລົດຂ້າພະເຈົ້າໃຫ້ໄປແຕ່ລົດຂ້າພະເຈົ້າທາງຊື່ ແລະທາງກນ້າກະມີລົດຕິດຫລາຍຈໄນບໍ່ສາມາດຕູດໄປທາງຫນ້າໄດ້ ແລະ ລົດກະບະສີຂາວກໍ່ບີບແກໄລ່ 3-4 ເທື່ອ ແລະຈະຂີ່ມາຕຳລົດຂ້າພະເຈົ້າອີກ ປະມານ 10 ຊມ ແມ່ນຈະຈຳເອົາປະຕູທາງຫລັງ ຈົນເມຍຂ້າພະເຈົ້າເປີດແວ່ນລົງແລະຮ້ອງໃສ່ວ່າ: ຊິຕຳລົດຂ້ອຍແລ້ວ ແລະ ລາວກະຍັງບີແກໄລ່ອີກ 3-4 ເທື່ອ
ໃນເວລານັ້ນໃນລົດລູກຊາຍໄດ້ເອົາປືນ (ບີບີກັນ) ປືນເລ່ນເດັກນ້ອຍຈັບເລ່ນໃນລົດ ຂ້າພະເຈົ້າກະເລີຍເອົາປືນຈາກມືນລູກຊາຍ ລົງລົດໄປຂູ່ລົດຄັນນັ້ນ ແລະ ລາວກະໄຂແວ່ນລົງມາຍົກມືນົບຂ້າພະເຈົ້າ ໃນເວລານັ້ນ ລາວຫນ້າແດງ ສົງໃສກິນເບຍເມົາມາ.
ທ້າຍສຸດນີ້ ຂ້າພະເຈົ້າຂໍກາບຂໍໂທດສັງຄົມໃນເຫດການໃນຄັ້ງນີ້ ເພາະຄວາມໂມໂຫ ແລະ ໃຈຮ້າຍໃນເວລານັ້ນຈຶ່ງໄດ້ເຮັດລົງໄປ, ແລະ ຂໍຮັບຜິດທີ່ເອົາປືນລົງໄປຂູ່ແບບນັ້ນ ເຖິງວ່າມັນຈະແມ່ນປືນປອມ ແຕ່ຫຼາຍຄົນກໍ່ຈະເຊື່ອວ່າ ແມ່ນປືນແທ້.
ທ້າຍສຸດນີ້ຂໍໃຫ້ທາງທິມງານໂທລະໂຄ່ງຊ່ວຍຊີ້ແຈງເລື່ອງນີ້ໃຫ້ດ້ວຍ
ຮຽນມາດ້ວຍຄວາມເຄົາລົບນັບຖືຢ່າງສູງ.
ປືນທີ່ໃຊ້ຂູ່ ແມ່ນປືນຫຼິ້ນເດັກນ້ອຍ BBG
ຂ່າວກ່ອນໜ້ານີ້
------
ສະບາຍດີ,
ຂ້າພະເຈົ້າຢາກເລົ່າເລື່ອງທີ່ ໜ້າເປັນຫ່ວງກັບສັງຄົມລາວ ທີ່ເຫັນວ່າ ຫຼາຍຄົນມີການພົກພາປືນ ແລະ ອາດຈະໃຊ້ໃນທາງທີ່ຜິດ. ດັ່ງເຫດການທີ່ເກີດຂຶ້ນໃນວັນທີ 1 ມິຖຸນາ 2019 ທີ່ເສັ້ນທາງໄປໄອເຕັກ ຍ້ອນມີລົດຕິດຫຼາຍ.
ຂ້ອຍເຫັນເຫດການ ເລື່ອງມີຢູ່ວ່າ ລົດຕິດແຮງແຖວໄອເຕັກ (ວັນເດັນນ້ອຍ ທີ່1.06.2019) ແລ້ວບຸກຄົນໃນວິດີໂອໄດ້ຈົກປືນມາຂູ່ຈະຍີງ ລົດກະບະຜູ້ຊາຍທີ່ຢູ່ໃນວິດີໂອ(ດີທີ່ຊາຍອີກຄົນບໍ່ຮ້ອນໃສ່) ລາວໄດ້ຍ່າງຈັບປືນໄປຕົບແວ່ນລົດຄັນບີບແກ ແລະ ເວົ້າຈາບໍ່ສຸພາບ ຍ້ອນພຽງແຕ່ລົດອີກຄັນບີບແກ່ໃສ່ເທຶ່ອດ່ຽວ ຍ້ອນຢາກໃຫ້ລົດຜູ້ກ່ຽວຂັບເຄື່ອນອອກໄປໄວ້
ຂ້ອຍເຫັນແລ້ວກະຫົດຫູ່ຈິດໃຈ ສັງຄົມລາວເປັນສັງຄົມມີນຳ້ໃຈ ແຕ່ບຸກຄົນທີ່ເອົາປືນມາຂູ່ນັ້ນເຮັດເກີນເຫດ ພຽງແຕ່ລາວບີບແກລົດເທື່ອດ່ຽວ ເທົ່າທີ່ສັງເກດເຫັນມີເດັກນ້ອຍຢູ່ໃນລົດຄັນທີ່ຖືກຂົ່ມຂູ່ນຳ ອີຕົນເດັກນ້ອຍທີ່ເຫັນພາບແບບນີ້ໃນວັນເດັກນ້ອຍ.
ຮຽນ: ທ່ານພິຈາລະນາວ່າເຫດການນີ້ສົມຄວນທີ່ຈະເປັນບົດຮຽນໃຫ້ສັງຄົມລາວຫຼືບໍ່ ແລະ ຮຽນ: ທ່ານຈົ່ງກວດຊອບວ່າບຸກຄົນໃນວິດີໂອແມ່ນມີສິດໃນການນຳໃຊ້ອາວຸປືນຫຼືບໍ ເພາະມີຄວາມສຽງຫຼາຍທີ່ລາວຈະເອົາອາວຸປືນທີ່ມີໄປນຳໃຊ້ໃຫ້ເກີດຄວາມຮຸນແຮງໃນສັງຄົມ ຍ້ອນຜູ້ກ່ຽວບໍ່ສາມາດຄວບຄຸ່ມອາລົມຂອງຜູ້ກ່ຽວໄດ້.
ຈາກພົນລະເມືອງຜູ້ຫນຶ່ງທີ່ເປັນຫ່ວງສັງຄົມລາວແລະປະເທດຊາດ. ຂອບໃຈທ່ານທີ່ຊ່ວຍກັນໃນການພັດທະນາສັງຄົມລາວຮ່ວມກັນ🙏
--------------------------------
Subscribe to:
Post Comments
(
Atom
)





Post a Comment