ລັດຖະມົນຕີຕ່າງປະເທດລາວເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນເພື່ອກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ບາງກອກ



​ໃນ​ຕອນ​ເຊົ້າ​ຂອງວັນທີ 22 ມິຖຸນາ 2019 ທີ່ ນະຄອນ​ຫຼວງບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ໄດ້ນໍາພາຄະ​ນະ​ຜູ້​ແທນແຫ່ງ ສ​ປ​ປ ລາວ ​ເຂົ້າຮ່ວມກອງປະຊຸມ​ລະ​ດັບ​ລັດຖະມົນຕີຕ່າງປະເທດອາຊຽນຄື: 1. ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ; 2. ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົ​ມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຄັ້ງ​ທີ 19; ແລະ 3. ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 23.

ກອງປະຊຸມລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ອາ​ຊຽນ ໄດ້ຕີລາຄາສູງຄວາມຄືບໜ້າການສືບຕໍ່ສ້າງປະຊາຄົມອາຊຽນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ແລະ ການຈັດຕັ້ງປະຕິບັດ ບັນຫາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງໄທ ປີ 2019​ ພາຍ​ໃຕ້​ຄຳ​ຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ທີ່ເນັ້ນໃສ່ ການສ້າງປະຊາຄົມອາຊຽນໃຫ້ມີຄວາມຍືນຍົງໃນທຸກດ້ານ ແນ່ໃສ່ ນໍາຜົນປະໂຫຍດມາສູ່ປະຊາຊົນຂອງອາຊຽນ.



ກອງປະຊຸມຄັ້ງນີ້ ຍັງໄດ້ຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ ແລະ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ.

ພ້ອມກັນນັ້ນ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາເດັ່ນຢູ່ໃນພາກພື້ນ ແລະ ສາກົນທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ໃນກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19, ກອງປະຊຸມ ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025, ເຊີ່ງ​ໂດຍ​ລວມເຫັນວ່າ​ມີ​ຄວາມ​ຄືບ​ໜ້າ​ໃນ​ລະ​ດັບ​ດີ, ໂດຍ​ສະ​ເພາະ​​ ການ​ສົ່ງ​ເສີມ ແລະ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາ​ຊຽນ.



ສໍາລັບ ສປປ ລາວ ກໍ່ໄດ້ປະ​ກອບ​ສ່ວນ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ພາຍ​ໃຕ້​ເສົາ​ຄ້ຳ​ປະ​ຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ ໂດຍໄດ້ສຳເລັດການຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດໃນວັນທີ 2-3 ເມສາ 2019 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ໃນ​ໂອ​ກາດນີ້, ກອງປະຊຸມໄດ້ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ ແລະ ການເຮັດ​ວຽກ​ຢ່າງ​ໃກ້​ຊິດ ເພື່ອຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ທີ່​ຍັງ​ຄົງ​ຄ້າງໃຫ້​ສຳ​ເລັດ​ຕາມ​ຄາດ​ໝາຍ.

ໃນວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23, ເຊິ່ງ​ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບ ຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ ສິງກະໂປ ໃນປີຜ່ານມາ.

ພ້ອມ​ກັນນີ້, ກອງ​ປະ​ຊຸມໄດ້ປຶກສາຫາລືການ​ກະ​ກຽມ​ດ້ານຕ່າງໆໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນຄັ້ງ​ທີ 34, ເຊິ່ງ​ໄດ້ເລີ່ມ​ຂຶ້ນ​ໃນຕອນ​ບ່າຍ​ຂອງວັນ​ທີ 22 ແລະ ​ຈະດຳເນີນໄປຮອດວັນ​ທີ 23 ພຶດ​ສະ​ພາ 2019.



ນອກ​ນັ້ນ, ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາບັນດາເອ​ກະ​ສານ ແລະ ບົດລາຍງານເປັນ​ຕົ້ນ: ບົດ​ລາຍ​ງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານຂອງມູນນິທິອາຊຽນ, ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (ໄອເອໄອ) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ 2025, ທັງນີ້ເພື່ອ​ໃຫ້​ບັນດາຜູ້ນຳອາຊຽນ ຮັບຊາບ ແລະ ຮັບ​ຮອງ​ເອົາ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene, ຈາກປະເທດອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກປະຊາຄົມ ແລະ ບໍລິຫານຄົນໃໝ່ ເຊິ່ງຈະດໍາລົງຕໍາແໜ່ງດັ່ງກ່າວ ໃນໄລຍະແຕ່ປີ2019-2022.

ພາບແລະຂ່າວ: ກະຊວງການຕ່າງປະເທດ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes