ໜັກໜ່ວງແທ້! ແກ້ໄຂດ່ວນ! ທົ່ວແຂວງຈຳປາສັກ ມີໂຮງງານນ້ຳດື່ມ 93 ແຫ່ງ ແຕ່ໄດ້ຮັບ ອຢ ມີພຽງ 24 ແຫ່ງ



ຈໍາປາສັກ: ປັດຈຸບັນໂຮງງານນ້ຳດື່ມທົ່ວແຂວງຈຳປາສັກມີທັງໝົດ 93 ແຫ່ງ ແຕ່ໃນນັ້ນໄດ້ຮັບໃບຢັ້ງຢືນຄຸນນະພາບ ແລະ ມາດຕະຖານຈາກກົມອາຫານ ແລະ ຢາ ມີພຽງ 24 ແຫ່ງ ຂະນະທ່ີຂະແໜງການຄຸ້ມຄອງກໍ່ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ຜູ້ປະກອບການປັບປຸງໂຮງງານຂອງຕົນໃຫ້ໄດ້ມາດຕະຖານ, ຖ້າບໍ່ດັ່ງນັ້ນຮອດປີ 2020 ແມ່ນຈະໄດ້ໃຫ້ຢຸດເຊົາກິດຈະການ.


ທ່ານ ດຣ.ສຸລິຍາ ແສງວິລາດ ຮອງຫົວໜ້າຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດໃນເດືອນມິຖຸນາ 2019 ນີ້ວ່າ: ປັດຈຸບັນ ໂຮງງານນໍ້າດື່ມທົ່ວແຂວງ ມີທັງໝົດ 93 ແຫ່ງ, ໃນນັ້ນ ໂຮງງານນໍ້າດື່ມທີ່ໄດ້ຮັບໃບຢັ້ງຢັ້ງຄຸນນະພາບ ແລະ ມາດຕະຖານຈາກກົມອາຫານ ແລະ ຢາ (ກອຢ) ມີພຽງ 24 ແຫ່ງເທົ່ານັ້ນ.ສໍາລັບໂຮງງານທີ່ບໍ່ໄດ້ ກອຢ ສ່ວນໃຫຍ່ແມ່ນຢູ່ 9 ເມືອງ ເພາະເປັນກິດຈະການແບບຄອບຄົວ, ສ້າງຕັ້ງຂຶ້ນກ່ອນ ຈິ່ງມາຂໍອະນຸຍາດຕາມຫຼັງ ເຮັດໃຫ້ການຜະລິດບໍ່ໄດ້ມາດຕະຖານ ອາຄານສະຖານທີ່ ບໍ່ກ້ວາງຂວາງ, ແຕ່ວ່ານໍ້າດື່ມທີ່ຜະລິດ ແລະ ຈໍາໜ່າຍແມ່ນຍັງມີຄຸນນະພາບ ແລະ ມາດຕະຖານດີຢູ່, ຍ້ອນແນວນັ້ນຂະແໜງການມະຫາພາກ ກໍ່ຄືພະແນກສາທາລະນະສຸກແຂວງ ຈິ່ງອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການ ເພື່ອໃຫ້ປະຊາຊົນໄດ້ບໍລິໂພກນໍ້າສະອາດຢ່າງທົ່ວເຖິງ, ພ້ອມນີ້ ກໍ່ໄດ້ແນະນໍາໃຫ້ຜູ້ປະກອບການພະຍາຍາມປັບປຸງໂຮງງານຂອງຕົນໃຫ້ໄດ້ມາຕະຖານ, ຖ້າປັບປຸງບໍ່ໄດ້ ຮອດປີ 2020 ແມ່ນຈະໄດ້ໃຫ້ຢຸດກິດຈະການ.ທ່ານ ດຣ.ສຸລິຍາ ແສງວິລາດ ກ່າວຕໍ່ວ່າ: ການຕິດຕາມຊຸກຍູ້ – ກວດກາ ໂຮງງານນໍ້າດື່ມໃນທີ່ຜ່ານມາ ປົກກະຕິ ແມ່ນປະຕິບັດ 2 ຄັ້ງ/ປີ,

ນອກນັ້ນແມ່ນລົງກວດກາຕາມການສະເໜີຂອງຜູ້ປະກອບການ ໃນກໍລະນີຕ້ອງການສ້າງຕັ້ງໂຮງງານໃໝ່ ແລະ ລົງກວດກາ ເມື່ອເຫັນວ່າຜູ້ປະກອບການ ເຄື່ອນໄຫວດໍາເນີນກິດຈະການບໍ່ສອດຄ່ອງກັບລະບຽບກົດໝາຍ. ສໍາລັບໂຮງງານນໍ້າດື່ມໃນນະຄອນປາກເຊ ແມ່ນຂະແໜງອາຫານ ແລະ ຢາ ແຂວງ ເປັນຜູ້ຕິດຕາມກວດກາ. ສ່ວນໂຮງງານນໍ້າດື່ມທີ່ຢູ່ 9 ເມືອງ ແມ່ນມອບໃຫ້ໜ່ວຍງານອາຫານ ແລະ ຢາ ເມືອງ ເປັນຜູ້ຄຸ້ມຄອງກວດກາ ພ້ອມທັງລາຍງານຜົນການກວດກາ ໃຫ້ຂະແໜງອາຫານ ແລະ ຢາແຂວງ ຮັບຊາບໃນແຕ່ລະໄລຍະ.


ທ່ານ ດຣ.ສຸລິຍາ ແສງວິລາດ ກ່າວຕື່ມວ່າ: ໂຮງງານນໍ້າດື່ມໃນທົ່ວແຂວງ ທີ່ໄດ້ເຄື່ອງໝາຍ ກອຢ ໃນປັດຈຸບັນ ເມື່ອທຽບໃສ່ແຜນຂອງພະແນກສາທາລະນະສຸກແຂວງ ກໍ່ຄືແຜນຂອງກົມອາຫານ ແລະ ຢາ ເຫັນວ່າມີຈໍານວນໜ້ອຍ. ຍ້ອນແນນນັ້ນ ຂະແໜງອາຫານ ແລະ ຢາແຂວງ ໃນນາມຂະແໜງການຄຸ້ມຄອງມະຫາພາກ ຈະໄດ້ເອົາໃຈໃສ່ກະຕຸກຊຸກຍູ້ຜູ້ປະກອບການ ໃນການປັບປຸງໂຮງງານຂອງຕົນໃຫ້ໄດ້ມາດຕະຖານ ເພື່ອສູ້ຊົນເຮັດໃຫ້ໂຮງງານນໍ້າດື່ມໃນທົ່ວແຂວງ ໄດ້ຮັບ ກອຢ ກວມ 85% ໃນປີ 2020. ຖ້າຜູ້ປະກອບການ ທ່ານໃດບໍ່ສາມາດປັບປັບຄຸນນະພາບໂຮງງານຂອງຕົນ ກໍ່ຈະຖືກປະຕິບັດມາດຕະການຢ່າງເຄັ່ງຄັດ ຫຼື ປິດກິດຈະການຢ່າງຖາວອນ.ສໍາລັບການຄຸ້ມຄອງ ແລະ ກວດກາຄຸນນະພາບນໍ້າກ້ອນນັ້ນ, ທ່ານ ດຣ.ສຸລິຍາ ແສງວິລາດ ກ່າວວ່າ: ບໍ່ມີຄວາມຫຍຸ້ງຍາກ ເພາະວ່າໂຮງງານນໍ້າກ່ອນສ່ວນໃຫຍ່ ແມ່ນຕິດພັນກັບໂຮງງານຜະລິດນໍ້າດື່ມ, ຖ້າວ່າການຜະລິດນໍ້າດື່ມໄດ້ຄຸນນະພາບ, ການຜະລິດນໍ້າກ້ອນ ກໍ່ໄດ້ຄຸນນະພາບເຊັ່ນກັນ.


ຂ່າວ-ພາບ: ທູນທອງໃຈ (ນສພ ຈຳປາໃຫ່ມ)


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes