ເພຈທາງການ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືກແຮັກ ແລະ ນໍາເອົາຄລິບໂປ້ ລົງ! ເຕືອນໄພ




ເຕືອນໄພ: ເຈົ້າໜ້າທີ່ ເຮັດວຽກ ທີ່ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແຈ້ງໃຫ້ຊາບ ໃນວັນທີ 22​ ມິຖຸນາ 2019 ນີ້ວ່າ, ເພຈ ທາງການ ຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ທີ່ໃຊ້ແຈ້ງ ລາຄານໍ້າມັນແຕ່ລະວັນ ຖືກມືດີ ຄົນຕ່າງປະເທດ ແຮັກ ແລະ ໄດ້ນໍາເອົາຄລິບລາມົກ ໂພດລົງ ເຮັດໃຫ້ ເຊື່ອມເສຍ ແລະ ເປັນໄພຕໍ່ສັງຄົມ.




ເຊິ່ງເພຈ ໄດ້ຖືກແຮັກ ແຕ່ວັນທີ 20 ມິຖຸນາ 2019, ປະຈຸບັນ ທາງເຈົ້າໜ້າທີ່ກ່ຽວຂ້ອງ ເລັ່ງປະສານງານຫາ ທາງເຟສບຸກ ເພື່ອກູ້ຂໍ້ມູນຄືນ. ດັ່ງນັ້ນ, ຈິ່ງແຈ້ງ ມາໃຫ້ສັງຄົມຮັບຊາບ.

ຈາກຂໍ້ມູນໃຫ້ຮູ້ອີກວ່າ, ແຮັກເກີ ໄດ້ລົບແອັດມິນ ທີ່ຢູ່ໃນເພຈ ອອກໝົດ ແລະ ທຸກຄົນ ບໍ່ສາມາດ ເຂົ້າເຖິງຂໍ້ມູນການຄຸ້ມຄອງເພຈ.


ຂໍ້ມູນ
ຊື່ເພກ: LAO STATE FUEL COMPANY(LSFC)ລັດວິສາຫະກິດນຳ້ມັນເຊື້ອໄຟລາວ(ລນລ)
ມີຜູ່ຕິດຕາມ 28,294  ຄົນ


ຄລິບທີ່ ແຮັກເກີໂພດລົງ




--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes